ສະຫະພັນບານເຕະແຫ່ງຊາດລາວ ຂໍຊີ້ແຈງການຖະແຫລງຂ່າວຂອງ (ສຕລ) ຄັ້ງວັນທີ 07 ມັງກອນ 2022 ກ່ຽວກັບກໍລະນີການລ໋ອກສະກໍບານ ທີ່ໄດ້ລະບຸໃນງານຖະແຫຼງຂ່າວ ເຊິ່ງກໍລະນີລົ້ມບານແມ່ນເປັນໜຶ່ງໃນເຫດຜົນສຳຄັນທີ່ສົ່ງຜົນກະທົບໃຫ້ມີຂໍ້ຈຳກັດໃນການຄັດເລືອກນັກກິລາບານເຕະເຂົ້າຮັບໃຊ້ທີມຊາດລາວ ໂດຍນັກກິລາທີ່ມີຄວາມສາມາດຈຳນວນໜຶ່ງໄດ້ຖືກລົງວິໄນຫ້າມກ່ຽວຂ້ອງກັບທຸກໆກິດຈະກຳບານເຕະທັງພາຍໃນ ແລະ ຕ່າງປະເທດ.

ພາຍຫຼັງຂໍ້ມູນການຖະແຫຼງຂ່າວໄດ້ຖືກເຜ່ຍແຜ່ອອກໄປສູ່ສື່ຕ່າງໆ ສຕລ ເຫັນວ່າຂໍ້ມູນ ທີ່ສັງຄົມໄດ້ຮັບນັ້ນ ແມ່ນຍັງບໍ່ຄົບຖ້ວນ. ສະນັ້ນ, ສະຫະພັນບານເຕະແຫ່ງຊາດລາວຈຶ່ງຂໍຊີ້ແຈງເພີ່ມຕື່ມກ່ຽວກັບກໍລະນີທີ່ຖືກຕັດສິນລົງວິໄນ ຕໍ່ກັບນັກກິລາບານເຕະລາວ ແມ່ນກໍລະນີສະສົມທີ່ເກີດຂຶ້ນຈາກການແຂ່ງຂັນໃນປີ 2015, 2016 ແລະ 2017 ເຊິ່ງລວມມີດັ່ງນີ້ :

– ປີ 2017 ມີຄຳຕັດສິນລົງວິໄນກໍລະນີທີ່ເກີດຂຶ້ນຈາກການແຂ່ງຂັນປີ 2015-2016 ຈຳນວນ 20 ກໍລະນີ ໂດຍທັງໝົດຖືກຕັດສິນຫ້າມກຽ່ວຂ້ອງກັບທຸກໆກິດຈະກຳບານເຕະຕະຫຼອດຊີວິດຈາກສະຫະພັນບານເຕະອາຊີ ( AFC ) ພ້ອມທັງຂະຫຍາຍໂທດດັ່ງກ່າວໃຫ້ຄວບຄຸມທົ່ວໂລກໂດຍສະຫະພັນບານເຕະນານາຊາດ( FIFA);

– ປີ 2018 ມີຄຳຕັດສິນລົງວິໄນກໍລະນີທີ່ເກີດຂຶ້ນຈາກການແຂ່ງຂັນໃນປີ 2017 ຈຳນວນ 8 ກໍລະນີ ໂດຍທັງໝົດຖືກຕັດສິນຫ້າມກຽ່ວຂ້ອງກັບທຸກໆກິດຈະກຳບານເຕະໃນໄລຍະ 20 ເດືອນ ແລະ 12 ເດືອນ ຈາກສະຫະພັນບານເຕະອາຊີ ( AFC ) ພ້ອມທັງຂະຫຍາຍໂທດດັ່ງກ່າວໃຫ້ຄວບຄຸມທົ່ວໂລກໂດຍສະຫະພັນບານເຕະນານາຊາດ( FIFA);

– ໃນປີ 2018 ມີຄຳຕັດສິນລົງວິໄນກໍລະນີທີ່ເກີດຂຶ້ນຈາກການແຂ່ງຂັນໃນປີ 2017 ຈຳນວນ 15 ກໍລະນີ ໂດຍທັງໝົດຖືກຕັດສິນຫ້າມກ່ຽວຂ້ອງທຸກໆກິດຈະກຳບານເຕະແບບບໍ່ມີກຳນົດຈາກສະພັນບານເຕະແຫ່ງຊາດລາວ;

– ປີ 2020 ມີຄຳຕັດສິນລົງວິໄນກໍລະນີທີ່ເກີດຂຶ້ນຈາກການແຂ່ງຂັນ ປີ2017 ຈຳນວນ 3 ກໍລະນີ ໂດຍທັງໝົດຖືກຕັດສິນຫ້າມກຽ່ວຂ້ອງກັບທຸກໆກິດຈະກຳບານເຕະຕະຫຼອດຊີວິດຈາກສະຫະພັນບານເຕະອາຊີ ( AFC ) ພ້ອມທັງຂະຫຍາຍໂທດດັ່ງກ່າວໃຫ້ຄວບຄຸມທົ່ວໂລກໂດຍສະຫະພັນບານເຕະນານາຊາດ( FIFA).

ສຕລ ຂໍແຈ້ງໃຫ້ຊາບວ່າການ ສ້າງຄວາມເຂົ້າໃຈຜິດ ແລະຄວາມເສຍຫາຍ ໂດຍການນຳໃຊ້ຮູບພາບບຸກຄົນລວມທັງນັກກິລາ ແລະ ຄະນະຄູຝຶກທີ່ນຳພາໃນການແຂ່ງຂັນ AFF Suzuki cup 2020 ແລະ ລາຍການອື່ນໆ ທີ່ບໍ່ມີສ່ວນກ່ຽວຂ້ອງການກະທຳຜິດດັ່ງກ່າວ ອາດນຳໄປສູ່ຂະບວນການຮ້ອງຟ້ອງຕາມກົດໝາຍ.

ສຕລ ຂໍຢືນຢັນການປະຕິບັດນະໂຍບາຍຢ່າງເຂັ້ມງວດ ແລະ ເດັດຂາດ ໂດຍການຮ່ວມມືກັບ FIFA, AFC, ຄູ່ຮ່ວມມື ແລະ ເຈົ້າໜ້າທີທີ່ກ່ຽວຂ້ອງ ໃນການຕໍ່ຕ້ານທຸກຮູບການຂອງການລ໋ອກສະກໍ (ລົ້ມບານ).

Leave a Reply

Your email address will not be published. Required fields are marked *