ໃນວັນທີ 3 ທັນວາ 2021 ເວລາ 10:00 ນາທີ, ເຈົ້າໜ້າທີ່ວິຊາສະເພາະ ປກສ ເມືອງປະທຸມພອນ ແຂວງຈຳປາສັກ ໄດ້ຮັບການແຈ້ງຄວາມຈາກ ທ້າວ ວິໄລ ສັກ ຈັນທະບູນ ອາຍຸ 24 ປີ ປະຊາຊົນຢູ່ ບ້ານແຊງ ເມືອງປະທຸມພອນ ແຂວງຈຳປາສັກ ວ່າ: ໄດ້ມີຄົນຮ້າຍບໍ່ຮູ້ຈຳນວນໄດ້ມາລັກເອົາລົດ ຈັກຂອງ ຕົນຍີ່ຫໍ້ຮອນດ້າເວບ 100 ສີຂຽວ-ດຳ, ປ້າຍທະບຽນ ຈມ 1334 ຈຳ ປາສັກ, ທີ່ຈອດໄວ້ຢູ່ໜ້າຮ້ານອາ ຫານແຫ່ງໜຶ່ງຢູ່ບ້ານນາຂາມເມືອງ ປະທຸມ ພອນ ແຂວງຈຳປາສັກ.

ດັ່ງນັ້ນ, ທາງເຈົ້າໜ້າທີ່ວິຊາສະເພາະ ຈຶ່ງໄດ້ເກັບກຳຂໍ້ມູນ ແລະ ຂຶ້ນບັນຊີ ເປົ້າໝາຍຈຶ່ງຮູ້ວ່າມີຄົນມາພັກຢູ່ເຮືອນແຫ່ງ ໜຶ່ງເຂດ ບ້ານນາຂາມ ເມືອງ ປະທຸມພອນ ຄືເປົ້າໝາຍໃນການກໍ່ເຫດລັກລົດຈັກໃນຄັ້ງນີ້.

ຫຼັງຈາກນັ້ນ, ເຈົ້າໜ້າທີ່ວິຊາສະເພາະ ຈຶ່ງໄດ້ສົມທົບກັບ ອຳນາດການປົກຄອງພາກສ່ວນ ທີ່ກ່ຽວຂ້ອງລົງຕິດຕາມເປົ້າໝາຍ ສາມາດກັກຕົວຜູ້ຖືກຫາໄດ້ 5 ຄົນ ຍິງ 3 ຄົນ ຄື: ທ້າວ ສົງໃສ ອາຍຸ 25 ປີ, ທ້າວ ນຸ້ຍ ທອງ ອາຍຸ 25 ປີ, ນາງ ນ້ອຍ ຄາວີ, ອາຍຸ 32 ປີ, ນາງ ປັດ ອາຍຸ 28 ປີ, ນາງ ລຸນນີ ອາຍຸ 20 ປີ; ທັງ 5 ຄົນແມ່ນ ປະຊາຊົນບ້ານສະເພົາທອງ ເມືອງສາມັກຄີໄຊ, ແຂວງອັດຕະປື.

ຈາກນັ້ນ, ເຈົ້າໜ້າທີ່ໄດ້ຂະຫຍາຍຜົນຊອກຫາຜູ້ຮ່ວມຂະບວນການ ສາມາດ ກັກຕົວຜູ້ຮັບຊື້ຊັບຜິດກົດໝາຍໄດ້ອີກ 2 ຄົນ, ຊື່ທ້າວ ສົມສີ ອາຍຸ 29 ປີ ຢູ່ ບ້ານເພຍ ລາດ ເມືອງບາຈຽງຈະເລີນສຸກ ແຂວງຈຳປາສັກ ແລະ ທ້າວ ເປີ້ນ ອາຍຸ 22 ປີ ບ້ານໂພນທອງ ເມືອງ ໂພນທອງ ແຂວງຈຳປາສັກ.

ຜ່ານການ ສອບສວນຂອງເຈົ້າໜ້າທີ່ວິຊາສະເພາະ ຜູ້ຖືກຫາໄດ້ຮັບສາລະພາບວ່າ: ໃນ ໄລຍະ 2 ເດືອນຜ່ານມາ, ນັບແຕ່ເດືອນພະຈິກ ຫາ ເດືອນທັນວາ ປີ 2021. ພວກກ່ຽວໄດ້ເຄື່ອນໄຫວລັກຊັບເຖິງ 9 ຄັ້ງ, ເຊິ່ງເປົ້າໝາຍແມ່ນລັກເອົາ ລົດຈັກຮອນດ້າເວບ 100 ໄດ້ ຈຳນວນ 9 ຄັນ ແລ້ວໄປຂາຍໄດ້ ເງິນຈຳນວນ 24.500.000 ກວ່າ ກີບ, ສ່ວນຈຳນວນເງິນທີ່ພວກກ່ຽວໄດ້ມາ ແມ່ນໄດ້ແບ່ງ ກັນໃຊ້ຈົນໝົດ.

ສຳລັບເຄື່ອງຂອງກາງປະເພດ ລົດຈັກເຈົ້າໜ້າທີ່ສາມາດເກັບກູ້ ຄືນໄດ້ ຈຳ ນວນ 7 ຄັນ. ສ່ວນທີ່ ເຫຼືອເຈົ້າໜ້າທີ່ກຳລັງເລັ່ງເກັບກູ້ ເພື່ອມອບຄືນເຈົ້າ ຂອງເດີມ; ປັດຈຸບັນ, ຄະດີດັ່ງກ່າວ ຍັງຢູ່ໃນຂັ້ນຕອນການສະຫຼຸບສຳນວນ ຄະດີສົ່ງຟ້ອງໄອຍະການ ເພື່ອສັ່ງຟ້ອງສານຕັດສິນຕາມກົດໝາຍ.