ຫມີນ້ອຍ ທີ່ພົບເຫັນ ແຄມທາງ ເຂດພູສະແກນ ໄດ້ຖືກມອບໃຫ້ໂຄງການອະນຸລັກສັດປ່າຫລວງພະບາງ ເປັນຜູ້ຄຸ້ມຄອງດູແລຕໍ່ໄປ.

ເຈົ້າໜ້າທີ່ປ່າໄມ້ແຂວງຫລວງພະບາງ ຮ່ວມກັບຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ລວມທັງໜ່ວຍງານກວດ ກາປ່າໄມ້ເມືອງນານ ແຂວງຫລວງພະບາງ ມອບໝີ ໜຶ່ງໂຕ ທີ່ພົນລະເມືອງດີພົບເຫັນຢູ່ພູສະແກນ ເມືອງນານ ແຂວງຫຼວງພະບາງ ໃນວັນທີ 13 ມັງກອນ 2022.

.

ໃນວັນທີ 14 ມັງກອນ 2022 ກໍໄດ້ມອບ ໝີ ໃຫ້ແກ່ໂຄງ ການອານຸລັກ ສັດປ່າ ຫລວງພະບາງ ເປັນຜູ້ຄຸ້ມຄອງດູແລຕໍ່ໄປ.

ຂໍ້ມູນ+ພາບ: Niphakone Phanh.
