ໄປບໍ່ລອດ… ຫວັງໃຊ້ບໍລິການບໍລິສັດຂົນ ສົ່ງ ເພື່ອສົ່ງຢາບ້າໄປຕ່າງແຂວງ

ພັທ ເກດສະໜາ ພິຈິດ ຫົວໜ້າພະແນກຕໍາຫຼວດ ກອງບັນຊາການ ປກສ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ໄດ້ເປີດເຜີຍວ່າ: ໃນວັນທີ 10 ມັງກອນ 2022, ໄດ້ມີບໍລິສັດຂົນສົ່ງແຫ່ງໜຶ່ງຕັ້ງຢູ່ເຂດເມືອງຫາດຊາຍຟອງ ແຈ້ງວ່າ: ມີລູກຄ້າເອົາເຄື່ອງມາຝາກ ໄປນະຄອນປາກເຊ ແຂວງຈໍາປາສັກ. ແຕ່ສະແດງພຶດຕິກໍາສົງໄສ. ຈາກນັ້ນ, ພະນັກງານຂອງບໍລິສັດຂົນສົ່ງ ຈຶ່ງໄດ້ກວດກາວັດຖຸທີ່ຫຸ້ມຫໍ່ ພົບຢາບ້າຈໍານວນ 4.000 ເມັດ. ຈາກນັ້ນ, ເຈົ້າໜ້າທີ່ຈຶ່ງໄດ້ນໍາຢາບ້າຈໍານວນດັ່ງກ່າວມາຮັກສາໄວ້.

ພໍຮອດວັນທີ 11 ມັງກອນ 2022, ໄດ້ປະສານສົມທົບກັບ ເຈົ້າໜ້າທີ່ຕໍາຫຼວດ ນະຄອນປາກເຊ ແຂວງຈໍາປາສັກ ເພື່ອຊອກຫາຜູ້ທີ່ຈະມາຮັບເອົາເຄື່ອງ. ຈາກນັ້ນ, ຮອດເວລາ 13:00 ໂມງ ກໍສາມາດກັກຕົວເປົ້າໝາຍໄດ້ຄື: ທ້າວ ສຸກສາຄອນ ອາຍຸ 28 ປີ ຫວ່າງງານ ຢູ່ບ້ານຊົ້ງນ້ອຍ ນະຄອນປາກເຊ.

ໃນມື້ດຽວກັນ ເຈົ້າໜ້າທີ່ໄດ້ສືບສວນຂະຫຍາຍຜົນຫາຜູ້ທີ່ຝາກຢາບ້າ ຮອດເວລາ 16:00 ໂມງ ຂອງວັນດຽວກັນ ເຈົ້າໜ້າທີ່ພະແນກຕໍາຫຼວດ ກອງບັນຊາ ການ ປກສ ເມືອງຫາດຊາຍຟອງ ກໍໄດ້ເຂົ້າກັກຕົວ ທ້າວຄໍາໃບ ອາຍຸ 30 ປີ ຢູ່ບ້ານຊົ້ງນ້ອຍ ນະຄອນປາກເຊ. ປັດຈຸບັນ, ພັກເຊົາຢູ່ຫ້ອງແຖວແຫ່ງໜຶ່ງ ຕັ້ງຢູ່ບ້ານທ່າມ່ວງ ແລະ ກວດພົບຂອງກາງຢາບ້າອີກ 2.005 ເມັດ ລວມຂອງກາງຢາບ້າທັງໝົດ 6.005 ເມັດ.

ປັດຈຸບັນ, ເຈົ້າໜ້າທີ່ພວມເລັ່ງສືບສວນ-ສອບສວນ ຂະຫຍາຍຜົນຊອກຫາກຸ່ມແກ້ງທີ່ຮ່ວມຂະບວນການອີກ ເພື່ອດໍາເນີນຄະດີຕາມລະບຽບກົດໝາຍ.

Leave a Reply

Your email address will not be published. Required fields are marked *