ສະພາບການລະບາດຂອງພະຍາດ COVID-19 ຢູ່ ສປປ ລາວ ວັນທີ 13 ມັງກອນ 2022, ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອໂຄວິດ-19 ທັງໝົດ 6,222 ຕົວຢ່າງ ໃນຂອບເຂດທົ່ວປະເທດ ແລະ ກວດພົບເຊື້ອທັງໝົດ 1,052 ຄົນ (ຕິດເຊື້ອພາຍໃນ 1,047 ຄົນ ແລະ ນໍາເຂົ້າ 05 ຄົນ).

ຂໍ້ມູນໂດຍຫຍໍ້ກ່ຽວກັບ ການຕິດເຊືື້ອພາຍໃນໃໝ່ 1,047 ທັງໝົດ ຄົນ ຈາກ 17 ແຂວງ ແລະ ນະຄອນຫຼວງວຽງຈັນ ມີລາຍລະອຽດ ດັ່ງນີ້:

  • ນະຄອນຫຼວງ 400 ຄົນ
  • ສະຫວັນນະເຂດ 14 ຄົນ
  • ຈຳປາສັກ 37 ຄົນ
  • ສາລະວັນ 21 ຄົນ
  • ເຊກອງ 21 ຄົນ
  • ອັດຕະປື 41 ຄົນ

…..

  • ບໍ່ແກ້ວ 40 ຄົນ
  • ວຽງຈັນ 31 ຄົນ
  • ຫຼວງພະບາງ 36 ຄົນ
  • ຫຼວງນ້ຳທາ 7 ຄົນ
  • ອຸດົມໄຊ 63 ຄົນ
  • ຜົ້ງສາລີ 102 ຄົນ

……

  • ໄຊຍະບູລີ 53 ຄົນ
  • ຊຽງຂວາງ 67 ຄົນ
  • ຄຳມ່ວນ 25 ຄົນ
  • ບໍລິຄຳໄຊ 49 ຄົນ
  • ໄຊສົມບູນ 33 ຄົນ
  • ຫົວພັນ 12 ຄົນ

ສໍາລັບການຕິດເຊື້ອນໍາເຂົ້າ ມີ 05 ຄົນ ຈາກນະຄອນຫຼວງ 3 ຄົນ, ສະຫວັນນະເຂດ 1 ຄົນ ແລະ ຈຳປາສັກ 1 ຄົນ ເຊິ່ງໄດ້ເຂົ້າຈຳກັດບໍລິເວນຕາມສະຖານທີ່ກຳນົດໄວ້ກ່ອນຈະກວດພົບເຊື້ອ.

ຮອດປັດຈຸບັນ ມີຜູ້ຕິດເຊື້ອສະສົມ ຢຸ່ໃນ ສປປ ລາວ ທັງໝົດ 123,293 ກໍລະນີ, ອອກໂຮງໝໍວານນີ້ 233 ຄົນ , ກຳລັງປິ່ນປົວ 7,436 ຄົນ ແລະ ເສຍຊີວິດສະສົມທັງໝົດ 476 ຄົນ (ເສຍຊີວິດໃໝ່ 05 ຄົນ) ສຳລັບຜູ້ເສຍຊີວິດໃໝ່ 05 ຄົນ ຈາກ: ຫຼວງພະບາງ 4 ຄົນ ແລະ ບໍລິຄຳໄຊ 1 ຄົນ.

ລາຍງານໂດຍ: ສູນຂ່າວສານການແພດ

Leave a Reply

Your email address will not be published. Required fields are marked *