ລັດຖະບານ ອົດສະຕາລີ ມອບວັກຊິນຕ້ານໂຄວິດ-19 ໃຫ້ ລາວ 1 ລ້ານກວ່າໂດສ

ສປປ ລາວ ໄດ້ຮັບວັກຊິນປ້ອງກັນພະຍາດໂຄວິດ-19 ຈາກປະເທດອົດສະຕາລີ ຈຳ ນວນ 1.005.580 ໂດສ. ໃນນີ້, ປະກອບມີວັກຊິນ Pfizer BioNTech ຈຳນວນ 905.580 ໂດສແລະ ວັກຊີນ AstraZeneca/Oxford ຈໍານວນ 100.000 ໂດສ, ເຊິ່ງພິທີ ມອບ-ຮັບ ວັກຊິນ ດັ່ງກ່າວ, ໄດ້ຈັດຂຶ້ນ ໃນວັນທີ 12 ມັງກອນ 2022 ຕາງໜ້າມອບໂດຍ ທ່ານ ແດນ ເຮວເດິນ ຮອງຫົວໜ້າຄະນະປະຕິບັດງານຂອງອົດສະຕາລີ ແລະ ຕາງໜ້າຮັບໂດຍ ທ່ານ ບຸນແຝງ ພູມມະໄລສິດລັດຖະມົນຕີ ກະຊວງສາທາລະນະສຸກ, ໂດຍມີພາກສ່ວນກ່ຽວຂ້ອງທັງສອງຝ່າຍ ເຂົ້າຮ່ວມເປັນສັກຂີພິຍານ.

ການມອບ-ສົ່ງວັກຊີນ ໃຫ້ ສປປ ລາວ ໃນຄັ້ງນີ້, ແມ່ນຜ່ານການສະໜັບສະໜູນຂອງ ອົງ ການຢູນີເຊບ, ລວມມູນຄ່າການຊ່ວຍເຫລືອ ທັງໝົດ 22 ລ້ານໂດລາອົດສະຕາລີ ຫລື ປະມານ 15,6 ລ້ານໂດລາສະຫະລັດ ແລະ ຈະລວມເຖິງການຊ່ວຍເຫລືອດ້ານເຕັກນິກ, ການຝຶກອົບຮົມ ແລະ ອຸປະ ກອນການແພດ.

ໂອກາດດັ່ງກ່າວ, ທ່ານ ບຸນແຝງ ພູມມະໄລສິດ ໄດ້ຕາງໜ້າໃຫ້ລັດຖະບານແຫ່ງ ສປປ ລາວສະແດງຄວາມຂອບໃຈຢ່າງຈິງໃຈ ມາຍັງລັດຖະບານອົດສະຕາລີ ທີ່ໄດ້ໃຫ້ການຊ່ວຍເຫລືອໃນຄັ້ງນີ້,ໂດຍກ່າວວ່າ: ພວກເຮົາມີຄວາມຍິນດີທີ່ສຸດ ຕໍ່ການປະກອບສ່ວນຂອງປະເທດອົດສະຕາລີ, ເຊິ່ງເປັນການສະໜັບສະໜູນຢ່າງໃຫຍ່ຫລວງ ຕໍ່ຄວາມພະຍາຍາມຂອງພວກເຮົາໃນປັດຈຸບັນ ເພື່ອບັນລຸເປົ້າ ໝາຍສັກວັກຊີນໃຫ້ໄດ້ເຖິງ 87,25% ຂອງປະຊາກອນໃນ ປີ 2022, ເຊິ່ງໃນຂະບວນການນີ້ເເມ່ນຈະສຸມໃສ່ກຸ່ມໄວໜຸ່ມ ແລະ ກຸ່ມບຸລິມະສິດອື່ນໆ.

ວັກຊີນ Pfizer BioNTech ທີ່ຈັດສົ່ງຈາກປະເທດອົດສະຕາລີຄັ້ງຫລ້າສຸດນີ້, ແມ່ນຈະສັກໃຫ້ປະຊາຊົນອາຍຸແຕ່ 12 ຫາ 17 ປີ ເພື່ອປະກອບສ່ວນເຂົ້າໃນຄວາມພະຍາຍາມຂອງລັດຖະບານ ສປປ ລາວ ໃນປັດຈຸບັນ ທີ່ຈະສັກວັກຊິນປ້ອງກັນພະຍາດໂຄວິດ-19 ໃຫ້ແກ່ໄວໜຸ່ມ ເພື່ອໃຫ້ພວກເຂົາສາມາດສືບຕໍ່ການຮຽນຢູ່ໃນໂຮງຮຽນໄດ້ຢ່າງປອດໄພ, ໂດຍອີງຕາມແຜນປະຕິບັດການສັກວັກຊິນປ້ອງກັນພະຍາດໂຄວິດ-19 ແຫ່ງຊາດ.

ນອກຈາກນີ້, ວັກຊິນ Pfizer BioNTech ຍັງຈະໄດ້ສັກໃຫ້ແກ່ກຸ່ມເປົ້າໝາຍອື່ນໆ, ລວມທັງຜູ້ມີອາຍຸ 60 ປີ ຂຶ້ນໄປ, ພະ ນັກງານສາທາລະນະສຸກໃນທົ່ວປະເທດ ແລະ ຜູ້ມີພະຍາດປະຈໍາຕົວ. ສ່ວນວັກຊິນ Astra Zeneca /Oxford ທີ່ປະເທດອົດສະຕາລີ ໄດ້ສະໜອງໃຫ້ເເມ່ນຈະສືບຕໍ່ນຳໃຊ້ເພື່ອໃຫ້ການປົກປ້ອງເເກ່ບັນດາກຸ່ມບຸລິມະສິດ ຕາມແຜນປະຕິບັດການສັກວັກຊິນປ້ອງກັນພະຍາດໂຄວິດ-19 ແຫ່ງຊາດຕື່ມອີກ.

ທ່ານ ແດນ ເຮວເດິນ ຮອງຫົວໜ້າຄະນະປະຕິບັດງານຂອງອົດສະຕາລີ ກ່າວວ່າ: “ປະເທດອົດສະຕາລີ ມີຄວາມພາກພູມໃຈທີ່ໄດ້ມີບົດບາດ ໃນການສະໜັບສະໜູນລັດຖະບານ ສປປ ລາວ ໃນການຮັບມືກັບພະຍາດໂຄວິດ-19 ແລະ ໃນການປະຕິບັດການສັກວັກຊິນປ້ອງກັນພະຍາດໂຄວິດ-19 ໃຫ້ໄດ້ຕາມເປົ້າໝາຍ 87,25% ໃນປີ 2022. ວັກຊິນ Pfizer BioNTech ທີ່ປະເທດອົດສະຕາລີ ໄດ້ສະໜອງໃຫ້ ຈະເປັນອົງປະກອບສະໜັບສະໜູນທີ່ສໍາຄັນໃນຍຸດທະສາດຂອງລັດຖະບານ ເພື່ອໃຫ້ ການປົກປ້ອງເເກ່ໄວໜຸ່ມຈາກພະຍາດດັ່ງກ່າວ, ເຊິ່ງວັກຊິນນີ້ເເມ່ນໄດ້ຮັບອະນຸມັດໂດຍອົງການອະນາ ໄມໂລກແລ້ວສໍາລັບກຸ່ມເປົ້າໝາຍນີ້. “

ນອກຈາກນີ້, ການຊ່ວຍເຫລືອທາງດ້ານວິຊາການຂອງອົດສະຕາລີ (ໂດຍຜ່ານອົງການຢູ່ນິເຊັບ ແລະ ອົງການອະນາໄມໂລກ) ຈະຊ່ວຍຮັບປະກັນການປະຕິບັດວຽກງານສັກວັກຊິນໃຫ້ມີຄວາມປອດໄພ ແລະ ມີປະສິດທິພາບ, ພ້ອມດ້ວຍເສີມສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບຄວາມເຢັນ ເພື່ອຂົນສົ່ງວັກຊິນໃຫ້ແກ່ປະຊາກອນທີ່ມີຄວາມສ່ຽງສູງ ແລະ ຜູ້ທີ່ອາໄສຢູ່ໃນເຂດຫ່າງໄກສອກຫລີກ, ເສີມສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບຂໍ້ມູນ ກ່ຽວກັບວຽກງານສົ່ງເສີມສຸຂະພາບ ແລະຝຶກອົບຮົມພະນັກງານແພດກ່ຽວກັບການບໍລິຫານ ແລະ ຈັດຕັ້ງປະຕິບັດການສັກວັກຊິນອີກດ້ວຍ.

ທ່ານ ນາງ ບີອາເຕ ດາສເທວ ວ່າການແທນຜູ້ຕາງໜ້າອົງການຢູນິເຊັບ ປະຈຳ ສປປ ລາວ,ກ່າວວ່າ: “ອົງການຢູນິເຊັບມີຄວາມພາກພູມໃຈທີ່ໄດ້ໃຫ້ການສະໜັບສະໜູນການຈັດສົ່ງວັກຊິນປ້ອງກັນພະຍາດໂຄວິດ-19 ຄັ້ງຫລ້າສຸດນີ້ ຈາກປະເທດອົດສະຕາລີ ເຖິງ ສປປ ລາວ, ວັກຊິນປ້ອງກັນພະ ຍາດໂຄວິດ-19 ທັງໝົດທີ່ໄດ້ນໍາໃຊ້ໃນ ສປປ ລາວ ລ້ວນແຕ່ໄດ້ຜ່ານການທົດສອບຢ່າງເຂັ້ມງວດ ແລະ ໄດ້ພິສູດແລ້ວວ່າມີຄວາມປອດໄພ, ມີປະສິດທິພາບ ໃນການປ້ອງກັນອາການຮ້າຍແຮງ ແລະ ການເສຍຊີວິດ ຈາກພະຍາດໂຄວິດ-19. ວັກຊິນ Pfizer BioNTech ແມ່ນໄດ້ນຳໃຊ້ເພື່ອໃຫ້ການປົກປ້ອງກັບປະຊາຊົນຫລາຍຮ້ອຍລ້ານຄົນ ໃນທົ່ວໂລກແລ້ວ ແລະ ຍັງໄດ້ຮັບການລະບຸວ່າມີຄວາມປອດໄພ ແລະ ມີປະສິດທິພາບສໍາລັບກຸ່ມຄົນອາຍຸ 12 ຫາ 17 ປີ ອີກດ້ວຍ.”

ມາຮອດວັນທີ 10 ມັງກອນ 2022, ປະມານ 4.620.374 ຄົນ ຫລື 62,97% ຂອງປະຊາ ກອນລາວ ແມ່ນໄດ້ຮັບການສັກວັກຊີນປ້ອງກັນພະຍາດໂຄວິດ-19 ຢ່າງໜ້ອຍ 1 ເຂັມ ແລະ ປັດຈຸ ບັນປະມານ 3.721.147 ຄົນ ຫລື 50,71% ແມ່ນໄດ້ຮັບການສັກວັກຊິນປ້ອງກັນພະຍາດໂຄວິດ-19 ຄົບຕາມຄຳແນະນຳແລ້ວ.

ຂ່າວ-ພາບ: ທະນູທອງ ຄຳພູວົງ

Leave a Reply

Your email address will not be published. Required fields are marked *