ອີງຕາມການລາຍງານຈາກທ່ານ ສີເມືອງ ອິນທະວົງ ຫົວໜ້າຫ້ອງການ ອຸດສາຫະກຳ ແລະ ການຄ້າເມືອງຊຽງຮ່ອນ ໄດ້ລາຍງານວ່າການສົ່ງອອກສິນຄ້າຢູ່ເມືອງ ໂດຍຜ່ານການກວດກາຈາກໝ່ວຍງານຜ່ານປະຕູດຽວຂອງເມືອງໃນໄລຍະ ປີ 2021 ຜ່ານມາ ສາມາດສົ່ງອອກສິນຄ້າພາຍໃນເມືອງອອກໄປຕ່າງເມືອງ, ຕ່າງແຂວງ ແລະ ຕ່າງປະເທດ ໄດ້ຈໍານວນ 216.077 ໂຕນ ສາມາດສ້າງມູນຄ່າໄດ້ທັງໝົດ 148 ຕື້ກວ່າກີບ

ສິນຄ້າສ່ວນຫຼາຍແມ່ນຜົນຜະລິດກະສິກຳ ແລະ ສັດລ້ຽງ ທຽບໃສ່ປີ 2020 ການສົ່ງອອກ ຫຼຸດລົງ. ການສົ່ງອອກສິນຄ້າຫຼຸດເນື່ອງຈາກໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19 ເຮັດໃຫ້ການສົ່ງອອກຂາດສະພາບຄ່ອງຕົວ ເນື່ອງຈາກວ່າທາງການຂອງ ສປ ຈີນ ໄດ້ໃຊ້ມາດຕະການປ້ອງກັນການລະບາດຂອງພະຍາດໂຄວິດ-19 ໃນການຂົນສົ່ງ ເຮັດໃຫ້ລົດຂົນສົ່ງສິນຄ້າເຂົ້າຕາມຄີວ, ປັດໃຈການນຳເຂົ້າອຸປະກອນການຜະລິດມີຄວາມຍຸ້ງຍາກ ບວກກັບຕົ້ນທຶນລາຄາການນຳເຂົ້າສູງຈຶ່ງເຮັດໃຫ້ຜູ້ປະກອບການຕ້ອງໄດ້ຫຼຸດຜ່ອນການຜະລິດ.

ທ່ານ ສີເມືອງ ອິນທະວົງຍັງໃຫ້ຮູ້ຕືມວ່າ: ໃນປີຕໍ່ໜ້າ ການສົ່ງອອກສິນຄ້າຄາດວ່າຈະໃຫ້ບັນລຸໃຫ້ໄດ້ 230.000ກວ່າໂຕນ ແລະ ຄາດວ່າການສ້າງມູນຄ່າໃຫ້ໄດ້ 160 ຕື້ກວ່າກີບ.

ພ້ອມກັນນັ້ນພາກລັດຍັງໄດ້ມີການສົ່ງເສີມການສົ່ງອອກເປັນຕົ້ນແມ່ນໄດ້ເຜີຍແຜ່ຄຳສັ່ງເລກທີ 02/ ນຍ ວ່າດ້ວຍການປັບປຸງບັນດາລະບຽບການ ແລະກົນໄກການປະສານງານໃນການດຳເນີນທຸລະກິດຢູ່ ສປປລາວ ແລະ ຄຳສັ່ງເລກທີ 12/ນຍ ວ່າດ້ວຍການອຳນວຍຄວາມສະດວກໃຫ້ແກ່ການນຳເຂົ້າ-ສົ່ງອອກສິນຄ້າຜ່ານແດນ, ການເຄື່ອນຍ້າຍສິນຄ້າ ໂດຍການປັບປຸງຂອດຂັ້ນ,ເວລາ, ຄ່າໃຊ້ຈ່າຍທີ່ບໍ່ຈຳເປັນໃຫ້ຫົວໜ່ວຍທຸລະກິດ, ຜູ້ປະກອບການໄດ້ຮັບຮູ້ ແລະ ເຂົ້າໃຈ ແລະ ທາງເມືອງໄດ້ສ້າງຕັ້ງໜ່ວຍງານຜ່ານປະຕູດຽວໄດ້ເຮັດມີຄວາມສະດວກສະບາຍໃຫ້ແກ່ຜູ້ປະກອບການ.

ທັງໝົດນີ້ກໍ່ເພື່ອປະຕິບັດຕາມແຜນພັດທະນາເສດຖະກິດ-ສັງຄົມຂອງເມືອງ ຕິດພັນກັບການຊຸກຍູ້ສົ່ງເສີມການສົ່ງອອກຢູ່ພາຍໃນເມືອງ ແລະ ສົ່ງເສີມຊາວກະສິກອນປູກພືດເປັນສິນຄ້າ ສ້າງລາຍຮັບເຂົ້າຄອບຄົວ ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນນັບມື້ນັບດີຂື້ນ ແລະ ເຮັດໃຫ້ເມືອງຫຼຸດພົ້ນອອກຈາກເມືອງທຸກຍາກໃນໄວໆນີ້.

ໂດຍ: ດອນ ຂຽວພະນາ

Leave a Reply

Your email address will not be published. Required fields are marked *