ໃນວັນທີ 7 ມັງກອນ 2022 ທີ່ຜ່ານມານີ້ ຢູ່ທີຫ້ອງປະຊຸມຫ້ອງວ່າການເມືອງອາດສະພອນ ແຂວງສະຫວັນນະເຂດໄດ້ມີພິທີປະກາດ ວິໄນພະນັກງານ-ລັດຖະກອນ ຫ້ອງການຍຸຕິທຳເມືອງ ໂດຍການເປັນປະທານຂອງທ່ານ ນາງບຸນທະລັງສີ ຄຳມະນີວົງ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງອາດສະພອນ, ມີບັນທ່ານຄະນະປະຈຳພັກເມືອງ ກຳມະການພັກເມືອງ, ຫົວໜ້າຫ້ອງການອ້ອມຂ້າງເມືອງ ແລະພະນັກງານວິຊາການຫ້ອງການຍຸຕິທຳເຂົ້າຮ່ວມ.

ໃນພິທີ ທ່ານສົມສະໜຸກ ເສດຖາວົງ ຫົວໜ້າຫ້ອງການຍຸຕິທຳເມືອງ ໄດ້ຜ່ານບົດລາຍງານການປະຕິບັດວິໄນ ຕໍ່ພະນັກງານ-ລັດຖະກອນ ປະລະໜ້າທີ່ ສັງກັດຢູ່ຫ້ອງການຍຸຕິທຳເມືອງອາດສະພອນ, ຜູ້ຖືກລົງວິໄນຊື່ ທ້າວໄຊຊະນະ ປະທຸມມະດີ ພະນັກງານວິຊາການ ສັງກັດຢູ່ຫ້ອງການຍຸຕິທຳເມືອງ ອາດສະພອນ ບ້ານຢູ່ປະຈຸບັນ ບ້ານຊອກ ນະຄອນໄກສອນພົມວິຫານ ຜູ້ກ່ຽວຂາດການປະຈຳການຕິດຕໍ່ກັນເປັນຈຳນວນຫຼາຍວັນໂດຍບໍ່ໄດ້ຮັບອະນຸຍາດຄື:
ໃນສົກປີ 2019 ຜູ້ກ່ຽວຂາດການ 50ວັນ, ປີ 2020 ຂາດການ 215 ວັນ, ປີ 2021 ຂາດການ179ວັນ, ລວມ 444ວັນ, ພ້ອມທັງບໍ່ປະຕິບັດຕາມການມອບໝາຍວຽກງານຈາກການຈັດຕັ້ງ, ໄປບໍ່ລາມາບໍ່ຄອບ ມີແນວຄິດແຂງກະດ້າງ ລະແວງສົງໄສຕໍ່ໝູ່ຄູ່ ແລະການຈັດຕັ້ງ, ຂາດຄວາມສາມັກຄີກັບໝູ່ຄູ່, ບໍ່ເຊື່ອຟັງຄຳບອກສອນຂອງຜູ້ປົກຄອງ ແລະຄອບຄົວ.
ນອກນັ້ນ ທ່ານຍັງໄດ້ຜ່ານຂໍ້ຕົກລົງຂອງທ່ານເຈົ້າເມືອງສະບັບເລກທີ 489/ຈມ.ອສພ, ລົງວັນທີ 24 ພະຈິກ 2021 ວ່າດ້ວຍການປະຕິບັດວິໄນຂັ້ນ IV ຕໍ່ພະນັກງານ-ລັດຖະກອນຂັ້ນເມືອງໂດຍການຕົກລົງເຫັນດີປະຕິບັດວິໄນ ຕໍ່ທ້າວໄຊຊະນະ ປະທຸມມະດີ ພະນັກງານວິຊາການ ຫ້ອງການຍຸຕິທຳເມືອງອາດສະພອນໃນຂັ້ນ IV ຄື: ໃຫ້ລຶບຊື່ອອກຈາກການເປັນລັດຖະກອນ ໂດຍບໍ່ໄດ້ຮັບນະໂຍບາຍໃດໆ, ຜ່ານແຈ້ງການເລກທີ 97/ຫຍທ.ອສພ, ລົງວັນທີ 8 ທັນວາ 2022 ເລື່ອງການລຶບຊື່ ພະນັກງານ-ລັດຖະກອນ ທີ່ປະລະໜ້າທີ່ເກີນກວ່າ 1 ເດືອນໂດຍບໍ່ມີເຫດຜົນ.

ໃນຕອນທ້າຍ ທ່ານ ນາງ ບຸນທະລັງສີ ຄຳມະນີວົງ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງ ໄດ້ໂອ້ລົມໃນພິທີ ແລະ ໄດ້ເນັ້ນຕໍ່ບັນດາທ່ານການນຳແຕ່ລະຂະແໜງການອ້ອມຂ້າງເມືອງໃຫ້ເອົາໃຈໃສ່ສຶກສາອົບຮົມຕໍ່ພະນັກງານ-ລັດຖະກອນພາຍໃນກົມກອງຂອງຕົນໃຫ້ມີສະຕິ, ມີການປ່ຽນແປງຈາກສິ່ງທີ່ບໍ່ດີໃຫ້ກາຍເປັນອັນດີໃນຕໍ່ໜ້າ, ຕ້ອງປ່ຽນແປງພຶດຕິກຳທີ່ບໍ່ຖືກຕ້ອງຕາມກົດໝາຍ ຫັນມາປະຕິບັດຕາມກົດໝາຍທີ່ວາງອອກ, ເປັນແບບຢ່າງທີ່ດີຂອງສັງຄົມ, ເປັນຜູ້ໂປ່ງໃສ, ຫ່າງໄກຈາກສິ່ງເສບຕິດ ແລະ ປະກົດການຫຍໍ້ທໍ້ຕ່າງໆ.
ຂ່າວ, ຫ້ອງການ ຖວທ ເມືອງອາດສະພອນ