ໃນຄັ້ງວັນທີ 10 ມັງກອນ 2022, ເວລາ 13:30 ໂມງ ເຈົ້າໜ້າທີ່ໜ່ວຍງານຄະ ດີອາຍາ-ເສດຖະກິດ ປກສ ເມືອງສອງຄອນ ເເຂວງສະຫວັນນະເຂດ ໄດ້ຮັບ ລາຍງານຈາກ ປກສ ບໍລິການປະຊາຊົນ ກຸ່ມບ້ານທີ 4 ( ຫນອງບົວທ່າ ) ວ່າ: ທ້າວ ຄໍາວົງ ຫຼື ຫືດ ອາຍຸ 45 ປີ ເມົາຢາເສບຕິດ ເເລ້ວເອົາ ພ້າໄລ່ຝັນ ພໍ່- ແມ່ປະຊາຊົນຢູ່ໃນບ້ານໜອງວັດ ເມືອງສອງຄອນ ເເຂວງສະຫວັນນະເຂດ.
ຈາກນັ້ນ, ທາງເຈົ້າໜ້າທີ່ ຈຶ່ງໄດ້ສົມທົບກັບການຈັດຕັ້ງບ້ານ ໜອງວັດ ເພື່ອຈະເອົາຕົວຜູ້ກໍ່ເຫດອາລະວາດໄປຝາກຢູ່ສູນດັດສ້າງຫຼັກ 33 ຄໍາສະຫວ່າງ.
ເຈົ້າໜ້າທີ່ ປກສ.ເມືອງສອງຄອນ ແຂວງສະຫວັນນະເຂດ ໄດ້ອະທິບາຍໃຫ້ຮູ້ວ່າ: ໃນມື້ເກີດເຫດຄອບຄົວພໍ່-ແມ່ຂອງ ຜູ້ກ່ຽວ ຈຶ່ງໄດ້ເຂົ້າມາສະເໜີຕໍ່ການຈັດຕັ້ງບ້ານໜອງວັດ ແລະ ເຈົ້າໜ້າທີ່ ປກສ ກຸ່ມບ້ານທີ 4 (ໜອງບົວທ່າ) ເພື່ອເອົາຜູ້ກ່ຽວໄປດັດສ້າງຕື່ມອີກ
ໂດຍທາງຜູ້ປົກຄອງໄດ້ເຮັດໃບມອບສິດ ເເລ້ວທາງການຈັດຕັ້ງບ້ານ ແລະ ເຈົ້າໜ້າທີ່ ປກສ.ກຸ່ມ ຈຶ່ງໄດ້ຈັດຕັ້ງກໍາລັງວິຊາສະເພາະລົງ ໄປຮອດສະຖານທີ່ ດັ່ງກ່າວ ໃນເວລາ 13:00 ໂມງ ຂອງວັນດຽວກັນ ເຫັນຜູ້ກ່ຽວໄດ້ເອົາພ້າໄລ່ ຟັນ ນາງຄອນ ອາຍຸ 60 ປີ ປະຊາຊົນ ພາຍໃນບ້ານເຮັດໄດ້ຮັບບາດເຈັບຢູ່ກົກເເຂນເບື້ອງຊ້າຍ.
ເມື່ອເຫັນເຫດການແນວນັ້ນ, ທາງເຈົ້າຫນ້າທີ່ ປກສ-ປກຊ ບ້ານ ແລະ ປກສ.ກຸ່ມ ຈຶ່ງໄດ້ເຂົ້າໄປຊ່ວຍເອົາ ນາງຄອນ ອອກມາແຕ່ຜູ້ກ່ຽວຍັງ ໄດ້ຖືພ້າແລ່ນເຂົ້າມາຟັນ, ທ້າວກອງມະນີ ອາຍຸ 47 ປີ ຫົວໜ້າກອງຮ້ອຍ ປກສ.ບ້ານ ໄດ້ຮັບບາດເຈັບຫຍິບ 3 ເຂັມ ເເລະ ຢູ່ຫຼັງເບື້ອງຊ້າຍໜຶ່ງບາດແຜ.
ເມື່ອເປັນແນວນັ້ນ,ທ້າວບຸນຈັນ ອາຍຸ 59 ປີ ຫົວໜ້າ ປກສ. ບ້ານ ຈຶ່ງໄດ້ບອກໃຫ້ຜູ້ກ່ຽວຢຸດແຕ່ຜູ້ກ່ຽວບໍ່ຍອມຢຸດ ພ້ອມທັງຖືພ້າແລ່ນເຂົ້າມາຫາອີກ, ແລ້ວທ້າວບຸນຈັນ ຈຶ່ງໄດ້ໃຊ້ປືນ AK ຍິງຂຶ້ນຟ້າ 3 ນັດ ເພື່ອນາບຂູ່ໃຫ້ຜູ້ກ່ຽວຢຸດເຊົາແຕ່ຜູ້ກ່ຽວຍັງໄດ້ຖືພ້າແລ່ນເຂົ້າມາໃກ້ ປະມານ 5 ຫາ 6 ແມັດ, ທ້າວບຸນຈັນ ຈຶ່ງໄດ້ຍິງປືນລົງໃສ່ພື້ນທາງເປຕົງ 1 ນັດ, ເຮັດໃຫ້ລູກປືນ ພົ້ງໄປຖືກ ທ້າວຄໍາວົງ ຫຼື ຫືດ ເສຍຊີວິດ ແລະ ໄດ້ມອບໃຫ້ຄອບຄົວພໍ່- ແມ່ ແລະ ການຈັດຕັ້ງບ້ານ ນໍາໄປປະກອບ ພິທີທາງສາສະໜາ.
ສ່ວນທ້າວ ບຸນຈັນ, ເຈົ້າໜ້າທີ່ກອງບັນຊາການທະຫານເມືອງສອງຄອນ ຜູ້ທີ່ຍິງປືນໄດ້ນໍາຕົວໄປໄວ້ທີ່ກອງບັນຊາການ.
ສະຫຼຸບປະຫວັດທີ່ຜ່ານມາ, ຜູ້ເສຍຊີວິດແມ່ນເສບຢາ ເສບຕິດ (ຢາບ້າ), ເອົາໄປດັດສ້າງມາເເລ້ວ 4 ຄັ້ງ ຄື:ດັດສ້າງຢູ່ສູນຫຼັກ 33 ຄໍາສະຫວ່າງ 3 ຄັ້ງ ເເລະ ເອົາໄປປິ່ນປົວຢູ່ສູນຫຼັກ 26 ຫນຶ່ງຄັ້ງ, ແຕ່ຜູ້ກ່ຽວ ບໍ່ມີການປ່ຽນແປງ.