ເປົ້າໝາຍທີ່ຖືກຊັດທອດຈາກຜົນການສອບສວນຂະຫຍາຍຜົນຂອງ ເຈົ້າໜ້າທີ່ ປກສ ກຸ່ມສີວິໄລ ກອງບັນຊາການ ປກສ ເມືອງໄຊທານີ, ທີ 4 ມັງກອນ 2022 ເຈົ້າໜ້າທີ່ ປກສ ກຸ່ມໄດ້ສົມທົບກັບການຈັດຕັ້ງບ້ານແສງສະຫວ່າງ ເມືອງໄຊເສດຖາ ນວ, ເຂົ້າຈັບຕົວກຸ່ມເປົ້າໝາຍມົ້ວສຸມ ແລະ ຄ້າຂາຍຢາເສບຕິດ ຢູ່ບ້ານແສງສະຫວ່າງ ຈຳນວນ 6 ຄົນ ພ້ອມຂອງກາງຢາເສບຕິດ ຈຳນວນ 293 ເມັດ.

ພັທ ແອັດດີ້ ວັນຄຳທອງຄູນ ຫົວໜ້າ ປກສ ກຸ່ມສີວິໄລ ໃຫ້ຮູ້ວ່າ: ຜົນການຮ່ວມມືຈັບກຸມຄັ້ງນີ້ ແມ່ນຈາກການເອົາຄຳໃຫ້ການຈາກເປົ້າໝາຍທີ່ຖືກຈັບຕົວກ່ອນໜ້ານີ້ ຈິ່ງຮູ້ໄດ້ວ່າ ມີການມົ້ວສຸມ ແລະ ຄ້າຂາຍຢາເສບຕິດ ຢູ່ຫ້ອງແຖວ ບ້ານແສງສະຫວ່າງ ເມືອງໄຊເສດຖາ ນວ; ເຊິ່ງມີເປົ້າໝາຍ 6 ຄົນຄື:

ທ້າວ ຈ່ອຍ ອາຍຸ 48 ປີ (ເຈົ້າຂອງຫ້ອງແຖວ) ແລະ ນາງ ໄມຄໍາ ອາຍຸ 21 ປີ ປະຊາຊົນ ທັງສອງເປັນຜົວເມຍກັນ, ທ້າວ ບຸນນຳ ອາຍຸ 25 ປີ , ທ້າວ ໄຊຊະນະ ອາຍຸ 42 ປີ ແລະ ນາງ ຈັນສະໝອນ ອາຍຸ 28 ປີ ທັງສອງເປັນຜົວເມຍກັນ, ທ້າວ ຄູນຄໍາ ອາຍຸ 20 ປີ ທັງໝົດ ຢູ່ບ້ານແສງສະຫວ່າງ ພ້ອມຂອງກາງ 293 ເມັດ ມາສອບສວນ.

ເມື່ອມີຂໍ້ມູນຮັດກຸມ, ຫຼັກຖານຜູກມັດໜັກແໜ້ນພວກກ່ຽວ ຍອມຮັບວ່າ: ຢາບ້າທີ່ເຈົ້າໜ້າທີ່ກວດພົບນັ້ນເປັນຂອງພວກກ່ຽວແທ້ ໂດຍຊື້ນຳຊາຍຄົນໜຶ່ງບໍ່ຮູ້ຊື່, ບໍ່ຮູ້ບ່ອນຢູ່ ປັດຈຸບັນໄດ້ນຳສົ່ງຕົວພວກກ່ຽວ ໃຫ້ກອງບັນຊາການ ປກສ ເມືອງໄຊທານີ ສຶບຕໍ່ດຳເນີນຄະດີ ຕາມກົດໝາຍ.

Leave a Reply

Your email address will not be published. Required fields are marked *