ລາຍງານຈາກຄະນະສະເພາະກິດຖະແຫຼງຂ່າວພິເສດ ເວລາ 6 ໂມງແລງ ໃນວັນທີ 6 ມັງກອນ 2021 ເຊິ່ງລາຍງານໂດຍ ດຣ ຣັດຕະນະໄຊ ເພັດສຸວັນ ກ່ຽວກັບການພົບຜູ້ຕິດເຊື້ອໂຄວິດ-19 ສາຍພັນໂອໄມຄຣອນ ກໍລະນີທຳອິດ ຢູ່ສປປ ລາວ.

.

ໃນວັນທີ 2 ມັງກອນ 2022 ຜ່ານມາ, ໄດ້ມີຖຽວບິນAK 7552 ຈາກປະເທດມາເລເຊຍເດີນທາງມາ ສປປ ລາວ ເຊິ່ງໄດ້ກວດພົບຜູ້ຕິດເຊື້ອສາຍພັນດັ່ງກ່າວ ແມ່ນເປັນເພດຍິງ ມີປະຫວັດເດີນທາງມາຈາກປະເທດອິນເດຍ ໂດຍຜ່ານປະເທດສີລັງກາ ແລ້ວມາຕໍ່ຍົນທີ່ປະເທດມາເລເຊຍ ກ່ອນຈະມາຮອດ ສປປ ລາວ. (ລາຍລະອຽດເພີ່ມເຕີມພາຍຫຼັງ)

.

ຢ່າງໃດກໍຕາມຄະນະສະເພາະກິດ ແລະ ພາກສ່ວນກ່ຽວຂ້ອງໄດ້ອອກມາດຕະການຮີບດ່ວນເພື່ອສະກັດກັ້ນບໍ່ໃຫ້ການລະບາດແຜ່ອອກສູ່ວົງກ້ວາງ.

.

ຄະນະສະເພາະກິດ ຂໍການຮ່ວມມືແລະແນະນໍາ ປະຊາຊົນ ບໍ່ແຕກຕື່ນ, ແຕ່ບໍ່ປະໝາດ. ຕ້ອງປະຕິບັດມາດຕະການປ້ອງກັນຕົນເອງຢ່າງເຂັ້ມງວດ

ມາຮອດປະຈຸບັນລາວເຮົາຫາກໍພົບພຽງກໍລະນີທໍາອິດແຕ່ກໍຂໍຮຽກຮ້ອງໃຫ້ທຸກຄົນມີສະຕິນໍາກັນເພື່ອບໍ່ໃຫ້ເຊື້ອໂຄວິດລະບາດອອກໄປໃນວົງກ້ວາງ

อาจเป็นรูปภาพของ หนึ่งคนขึ้นไป และ ข้อความ

Leave a Reply

Your email address will not be published. Required fields are marked *