ມື້ນີ້ 5/1/2022 ພົບເຫັນສົບເດັກນ້ອຍ ຖືກໃສ່ແກັດມາຖີ້ມໜ້າວັດທາດຫຼວງ ນະຄອນຫຼວງວຽງຈັນ ພ້ອມດ້ວຍຈົດໝາຍຂໍການຊ່ວຍເຫຼືອ ໃຫ້ຊາປະນະກິດສົບເດັກ.

.

ຼຜູ້ຮູ້ ແລະເຫັນເຫດການຕ່າງກໍ່ບອກວ່າ: ເປັນຕາອີ່ຕົນ ທີ່ເກີດມາບໍ່ມີບຸນ ເກີດຜີດບ່ອນ ໄດ້ແຕ່ພາວະນາຂໍໃຫ້ຫຼານນ້ອຍ …. ຈົ່ງໄປສູ່ສຸຂະຕິ ໄປເປັນເທວະດາຕົວນ້ອຍຢູ່ສະຫວັນຊັ້ນຟ້າ  ສ່ວນພໍ່ແມ່ໃຜກໍຢາກຮູ້ວ່າໃຈເຮັດດ້ວຍຫຍັງ?

.

ແຕ່ຈາກຈົດໝາຍທີ່ຂຽນປະໄວ້ຢ່າງໜຶ່ງກໍ່ຄິດວ່າພໍ່ແມ່ອາດຈະໝົດຫົນທາງແລ້ວເພາະບໍ່ມີເງິນມ້ຽນຄາບອາບ ສົ ບ ເລີຍຈຶ່ງຕັດສິນໃຈເອົາມາປະໄວ້ໜ້າວັດເພື່ອມີຜູ້ໃຈບຸນຢາກທຳທານຊ່ວຍມ້ຽນຄາບໃຫ້.

.

Leave a Reply

Your email address will not be published. Required fields are marked *