ໃນວັນທີ 1 ມັງກອນ 2022, ເດັກນ້ອຍ 3 ຄົນ ຢູ່ບ້ານນາກຸງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ພາກັນໄຢຍ່າງຫຼິ້ນແຄມປ່າ ເຂດບ້ານໂພນຄໍ້ ຊາຍແດນລະຫວ່າງບ້ານໄດ້ພົບເຫັນກະເປົ໋າເປັນຫລ່ຽມຊຸກເຊື່ອງໄວ້ໃນປ່າຈາກນັ້ນໄດ້ເອົາໄມ້ໄປແທງເບິ່ງເຫັນເປັນເມັດສີບົວອອກມາຈາກກະເປົ່າ ດັ່ງກ່າວ.
ເມື່ອເປັນແນວນັ້ນ ເດັກນ້ອຍ ທັງສາມຄົນ ກໍໄດ້ແລ່ນມາເຮືອນບອກພໍ່ແມ່ ແລະ ພໍ່ແມ່ຈິ່ງ ໄດ້ປະສານຫາອໍານາດການປົກຄອງບ້ານລົງກວດກາສະຖານທີ່ດັ່ງກ່າວ,ອໍານາດການປົກຄອງກໍໄດ້ຮີບຮ້ອນໄປກວດກາເບິ່ງ ໃນຂະນະນັ້ນ ໄດ້ພົບເຫັນຊາຍໜຸ່ມຈໍານວນ 3 ຄົນ ຍ່າງວົນວຽນຢູ່ບໍລິເວນໃກ້ ຢູ່ເຂດດັ່ງກາວ ພໍອໍານາດການປົກຄອງຍ່າງໄປຫາທັງສາມຄົນກໍຫຼົບໜີ. ຈາກນັ້ນ ກໍເຂົ້າມາກວດກາ ຈິ່ງເປັນພົບຢ າ ບ້ າ ທີ່ບັນຈຸ ຢູ່ໃນກະເປົ່າ.
ຈາກນັ້ນ, ຈິ່ງໄປປະສານຫາ ປກສ ກຸ່ມຫາດກ້ຽງ ລົງມາກວດກາສະຖານທີ່ເກີດເຫດ ຈິ່ງພົບວ່າ ມີຢ າ ບ້ າ ຈໍານວນ 141 ແພັກ, 14 ມັດ, 60 ຖົງ ແລະ 2 ຫໍ່ນ້ອຍ ລວມ 886,000 ເມັດ, ດັ່ງນັ້ນ ປກສ ກຸ່ມຈິ່ງໄດ້ ມອບຢາໃຫ້ ປກສ ເມືອງ ເພື່ອສືບຄົ້ນຫາ ເຈົ້າຂອງຢາ.
ຂໍ້ມູນ: ປກສ

.