ພິທີທໍາລາຍອາວຸດລ່າເນື້ອ, ຈັກສະຕິນ, ເຄື່ອງຊັອດປາ ແລະ ທາດລະເບີດຕ່າງໆຂອງກອງບັນຊາການປກສ ເມືອງຊໍາໃຕ້ 2021.

ອິງຕາມ ຂໍ້ຕົກລົງຂອງກະຊວງປ້ອງກັນຄວາມສະຫງົບສະບັບເລກທີ່653/ປກສ ລົງວັນທີ 08 ພຶດສະພາ2012 ວ່າດ້ວຍການຄູ້ມຄອງອາຊີບ ແລະ ພາຫະນະພິເສດ. ອິງຕາມ: ຄໍາສັ່ງຂອງກອງບັນຊາການ ປກສ ແຂວງຫົວພັນ ສະບັບເລກທີ່234/ປກສ ລົງວັນທີ່ 01 ພະຈິກ 2016 ວ່າດ້ວຍການຈັດ ຕັ້ງເຄ່ອນໄຫວວຽກງານກວດກາ ແລະ ຄູ້ມຄອງອາຊີບ ແລະ ພາຫະນະພິເສດ.

ໃນວັນທີ່ 31ທັນວາ 2021 ນີ້ກອງບັນຊາການປກສເມືອງຊໍາໃຕ້ໄດ້ຈັດພິທີທຳລາຍອາວຸດລ່າເນື້ອ, ແລະ ທາດລະເບີດຕ່າງໆຂື້ນ ຢູ່ທີ່ກອງບັນຊາການ ປກສ ເມືອງຊໍາໃຕ້ ແຂວງຫົວພັນ ພາຍໃຕ້ກການເປັນປະທານຂອງ ທ່ານ ພັທ ຄໍາເພັດ ໄຊວີເຮືອງ ກໍາມະການພັກເມືອງ ຫົວໜ້າກອງບັນຊາການ ປກສ ເມືອງຊໍາໃຕ້ ເປັນກຽດເຂົ້າຮ່ວມຂອງທ່ານ ພອນຈັນ ຂະທຸມພົມ ກໍາມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງຊໍາໃຕ້ ຜູ້ຊີ້ນໍາວຽກງານປ້ອງກັນຊາດ – ປ້ອງກັນຄວາມສະຫງົບເມືອງຊໍາໃຕ້, ມີບັນດາທ່ານແຂກທີ່ຖືກເຊີນ, ຄະນະພັກ – ຄະນະກອງກອງບັນຊາການ ປກສ ເມືອງຊໍາໃຕ້, ບັນດາຫົວໜ້າ-ຮອງພະແນກຕະຫຼອດຮອດພະນັກງານລັກຖະກອນເຂົ້າຮ່ວມ.

ໃນພິທີທ່ານ ພັທ ບຸນທັນ ສຸວັນໄຕ ຮອງກອງບັນຊາການ ປກສ ເມືອງ ໄດ້ຂື້ນຜ່ານບົດສະຫຼຸບໃນການຈັດຕັ້ງປະຕິບັດການຮີບຮື້ອາວຸດເສິກ, ອາວຸດລ່າເນື້ອ, ແລະ ທາດລະເບີດຕ່າງໆ ໂດຍອີງຕາມກົດໝາຍວ່າດ້ວຍກໍາລັງປ້ອງກັນຄວາມສະຫງົບສະບັບເລກທີ່03/ສພຊ ລົງວັນທີ່02ກໍລະກົດ2007 ໝວດ III ມາດຕາ 16ກ່ຽວກັບສິດ ແລະ ໜ້າທີ່ຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ກອງບັນຊາການ ປກສ ເມືອງຊໍາໃຕ້ໄດດ້ຈັດຕັ້ງເຄື່ອນໄຫວຕາມລະບຽບກົດໝາຍ ແລະ ບັນດານິຕິກໍາລຸ່ມກົດໝາຍຕ່າງໆ.

ໃນການຮິບຮື້ອາວຸດ, ລູກກະສຸນ ແລະ ທາດລະເບີດ ແຕ່ປີ 2019 – 2021ສາມາດຮິບຮື້ ແລະ ແກ້ໄຂໄດ້ພ້ອມທັງເອົາມາທໍາລາຍໃນຄັ້ງນີ້ເປັນຕົ້ນ.

  • ອາວຸດລ່າເນື້ອຈໍານວນ 765 ກະບອກ.
  • ຈັກສະຕິນຈໍານວນ 09 ເຄື່ອງ.
  • ລູກຫວ່ານຈໍານວນ 787 ກິໂລກະລາມ.
  • ຂີ້ເກຍຈໍານວນ 146 ກິໂລກະລາມ.
  • ມາດຈໍານວນ 03 ກິໂລກະລາມ.
  • ໝື້ຈໍານວນ 22 ກິໂລກະລາມ.
  • ເຄື່ອງຊອດປາຈໍານວນ 46 ເຄື່ອງ.
  • ໝາກເເກັບຈໍານວນ 01 ແກັດໃຫຍ່ເທົ້າກັບ 1893 ກໍ້ນ້ອຍ.
  • ລູກປືນແມັກຈໍານວນ 09 ແກັດ ແລະ 136 ກັບນ້ອຍ.
  • ກັບເຫຼັກໃຫຍ່ຈໍານວນ 114 ດາງ.
  • ປ້າຍລົດທີ່ຕິດບໍ່ຖືກຕ້ອງຕາມລະບຽບການຈໍານວນ173ປ້າຍ.

ຕອນທ້າຍຂອງພິທີຜູ້ເຂົ້າຮ່ວມກໍ່ໄດ້ພ້ອມກັນນຳເອົາເຄື່ອງຂອງຈໍານວນກ່າວ ໂດຍນຳໃຊ້ລົດຈົກທຳລາຍຈົນໃຊ້ການບໍ່ໄດ້ແລ້ວຈົກດີນຖົມອັດແໜ້ນ ເພື່ອຮັບປະກັນບໍ່ໃຫ້ມີບັນຫາໃນຕໍ່ໜ້າ.

ຂ່າວ ປກສ ແຂວງຫົວພັນ

Leave a Reply

Your email address will not be published. Required fields are marked *