ວັນທີ 2 ມັງກອນ 2022, ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອໂຄວິດ-19 ທັງໝົດ 2.807 ຕົວຢ່າງ ໃນຂອບເຂດທົ່ວປະເທດ ແລະ ກວດພົບເຊື້ອທັງໝົດ 665 ຄົນ (ຕິດເຊື້ອພາຍໃນ ມີ 661 ຄົນ ແລະ ຕິດເຊື້ອນໍາເຂົ້າ 04 ຄົນ).

ຂໍ້ມູນໂດຍຫຍໍ້ກ່ຽວກັບ ການຕິດເຊືື້ອພາຍໃນໃໝ່ ທັງໝົດ 661 ຄົນ ຈາກ 17 ແຂວງ ແລະ ນະຄອນຫຼວງວຽງຈັນ ມີລາຍລະອຽດ ດັ່ງນີ້:

  • 1 ອຸດົມໄຊ 173 ຄົນ
  • 2 ນະຄອນຫຼວງ 88 ຄົນ
  • 3 ຫຼວງນໍ້າທາ 72 ຄົນ
  • 4 ຫົວພັນ 72 ຄົນ
  • 5 ບໍລິຄໍາໄຊ 68 ຄົນ
  • 6 ຜົ້ງສາລີ 34 ຄົນ

  • 7 ຊຽງຂວາງ 27 ຄົນ
  • 8 ບໍ່ແກ້ວ 24 ຄົນ
  • 9 ວຽງຈັນ 19 ຄົນ
  • 10 ຫຼວງພະບາງ 17 ຄົນ
  • 11 ໄຊຍະບູລີ 16 ຄົນ
  • 12 ໄຊສົມບູນ 14 ຄົນ

  • 13 ຈໍາປາສັກ 10 ຄົນ
  • 14 ສາລະວັນ 7 ຄົນ
  • 15 ອັດຕະປື 7 ຄົນ
  • 16 ຄໍາມ່ວນ 6 ຄົນ
  • 17 ເຊກອງ 5 ຄົນ
  • 18 ສະຫັວນນະເຂດ 2 ຄົນ

ສ່ວນກໍລະນີນຳເຂົ້າ 4 ຄົນ ຈາກແຂວງສະຫວັນນະເຂດ 2 ຄົນ ແລະ ນະຄອນຫຼວງວຽງຈັນ 2 ຄົນ.

ຮອດປັດຈຸບັນ ມີຜູ້ຕິດເຊື້ອສະສົມ ຢຸ່ໃນ ສປປ ລາວ ທັງໝົດ 113.432 ກໍລະນີ, ອອກໂຮງໝໍວານນີ້ 200 ຄົນ ແລະ ກຳລັງປິ່ນປົວ 9.208 ຄົນ ແລະ ເສຍຊີວິດສະສົມທັງໝົດ 391 ຄົນ (ເສຍຊີວິດ ໃໝ່ 11 ຄົນ).

ສຳລັບຜູ້ເສຍຊີວິດໃໝ່ 11 ຄົນ ຈາກ: ນະຄອນຫຼວງ 4 ຄົນ, ແຂວງວຽງຈັນ 3 ຄົນ, ຫຼວງນໍ້າທາ 2 ຄົນ, ບໍລິຄໍາໄຊ 1 ຄົນ ແລະ ສະຫວັນນະເຂດ 1 ຄົນ.

Leave a Reply

Your email address will not be published. Required fields are marked *