ໃນວັນທີ 2 ມັງກອນ 2022 ທີ່ ສະໜາມບິນສາກົນວັດໄຕ ນະຄອນຫຼວງວຽງຈັນ. ສປປບາວ ໄດ້ຮັບວັກຊິນ ໄຟເຊີ ເພີ່ມຈາກລັດຖະບານອົດສະຕາລີ ຈຳນວນ: 905.580 ໂດສ ແລະ 799.110 ໂດສ໌ ໂດຍການຊ່ວຍເຫຼືອຂອງ ສະຫະລັດອາເມລິກາ ລວມທັງໝົດ 1.704.690

ລັດຖະບານ ສປປ ລາວ ໄດ້ຮັບວັກຊີນປ້ອງກັນ ພະຍາດໂຄວິດ-19 “Pfizer BioNTech” ຈາກລັດຖະບານອົດສະຕາລີ ຈຳນວນ: 905.580 ໂດສ (ເກົ້າແສນຫ້າພັນ ຫ້າຮ້ອຍແປດສິບ ໂດສ), ຊຶ່ງເປັນການຊ່ວຍເຫຼືອສອງຝ່າຍຈາກລັດຖະບານອົດສະຕາລີ ໃຫ້ເເກ່ ລັດຖະບານ ສປປ ລາວ ໂດຍມີການຈັດສົ່ງຜ່ານ ອົງການຢູນິເຊັບ.

ກະຊວງສາທາລະນະສຸກ ໄດ້ໃຫ້ກຽດຕ້ອນຮັບວັກຊີນເຫຼົ່ານີ້ທີ່ ສະໜາມບິນສາກົນວັດໄຕ

ໃນມື້ດຽວກັນ, ວັກຊີນປ້ອງກັນພະຍາດໂຄວິດ-19 Pfizer ຈໍານວນ 799.110 ໂດສ໌ ໂດຍການຊ່ວຍເຫຼືອຂອງ ສະຫະລັດອາເມລິກາ ໄດ້ມາຮອດ ສປປ ລາວ ແລ້ວ

.

ການຈັດສົ່ງໄດ້ຖືກຕ້ອນຮັບໂດຍ ພະນະທ່ານ ປອ.ດຣ ບຸນແຝງ ພູມມະໄລສິດ , ລັດຖະມົນຕີກະຊວງສາທາລະນະສຸກ ໂດຍການເຂົ້າຮ່ວມຂອງ ທ່ານ ນາງ ຈອຍ ມິຊິໂກະ ຊາກຸໄຣ ອຸປະທູດ ສະຫະລັດອາເມລິກາ ແລະ ພາກສ່ວນທີ່ກ່ຽວຂ້ອງ.

ວັກຊີນປ້ອງກັນພະຍາດ ໂຄວິດ-19 Pfizer BioNTech ຊຸດໃໝ່ ເປັນການຊ່ວຍເຫຼືອຈາກລັດຖະບານສະຫະລັດອາເມລິກາຜ່ານ COVAX Facility – ເຊີ່ງແມ່ນການຮ່ວມມືກັນລະຫວ່າງ ອົງການກາວີ (Gavi), ອົງການພັນທະມິດຮ່ວມມືດ້ານນະວັດຕະກໍາເພື່ອຮັບມືກັບພະຍາດລະບາດ (CEPI) ແລະ ອົງການອະນາໄມໂລກ (WHO), ໂດຍມີ ອົງການຢູນິເຊັບ ເປັນຄູ່ຮ່ວມງານສຳຄັນໃນການຈັດສົ່ງ.

.
