ໃນວັນທີ 31 ທັນວາ 2021, ເຈົ້າຫນ້າທີ່ທະຫານສາມາດ ຈັບຕົວ ທ້າວ ຄຳແພງ ( ຫລື ດາວ ຕິກຕັອກ ) ໄດ້ ເຊິ່ງທ້າວ ຄຳແພງ ໄດ້ແອບອ້າງ ເປັນທະຫານ ໂດຍຕິດຊັ້ນພັນຕີ.

ພ້ອມທັງແອບອ້າງສາມາດແລ່ນເອົາລູກຫລານ ພໍ່ແມ່ ປະຊາຊົນເຂົ້າທະຫານໄດ້, ເຮັດໃຫ້ມີຄົນ ຫລົງເຊື່ອ ຈຳນວນຫລາຍຄົນ ເສຍເງິນລວມກັນເກືອບ 600 ລ້ານກີບ.

.

.

.

ການຈັບຕົວຄັ້ງນີ້, ເຈົ້າຫນ້າທີ່ຈັບພັກພວກໄດ້ອີກ 1 ຄົນ. ສຳລັບຄະດີດັ່ງກ່າວ ພາຍຫລັງສືບສວນ-ສອບສວນສຳ ເລັດຈະລາຍງານຕາມຫລັງ.