ກອງປະຊຸມກຽມຄວາມພ້ອມວຽກງານລາດຕະເວນຮ່ວມຕາມລໍາແມ່ນ້ຳຂອງ ຊາຍແດນ ລາວ- ໄທ, ໄທ-ລາວ ລະຫວ່າງ ແຂວງບໍ່ແກ້ວ ສ ປປ ລາວ ກັບ ອຳເພີຊຽງຂອງ ຈັງຫວດຊຽງຮາຍ ຣາຊາອານາຈັກໄທ ຄັ້ງປະຖົມມະລຶກ ປະຈຳປີ 2021 ເຊິ່ງໄດ້ຈັດຂຶ້ນໃນວັນທີ 28 ທັນວາ 2021 ນີ້, ຂົວມິດຕະພາບລາວ-ໄທ ແຫ່ງທີ 4 ປະເທດໄທ ໂດຍການເປັນປະທານຮ່ວມຝ່າຍ ລາວນຳໂດຍ ທາ່ນ ພັນເອກ ທອງໄຂ ສີຍາລາດ ຫົວໜ້າການທະຫານກອງບັນຊາການທະຫານແຂວງບໍ່ແກ້ວ, ຫົວໜ້າຄະນະປະສານງານປະຈຳພື້ນທີ່ຊາຍແດນ ລາວ-ໄທ ແລະ ຝ່າຍໄທໂດຍແມ່ນ ທ່ານ ນາວາເອກ ຈິລັດ ຜູກທອງ ຜູ່ບັງຄັບໜ່ວຍເຮືອຮັກສາຄວາມສະຫງົບຮຽບຮ້ອຍຕາມລໍາແມ່ນຳ້ຂອງເຂດຊຽງຮາຍ, ຮອງຫົວໜ້າຊຸດປະສານງານປະຈຳພື້ນທີ່ຊາຍແດນ ໄທ-ລາວ ພື້ນທີ່ພາກເໜືອຂອງໄທ ແລະ ພາກສ່ວນທີ່ກ່ຽວ ຂ້ອງ ທັງສອງຝ່າຍ ລາວ-ໄທ, ໄທ-ລາວ ເຂົ້າຮ່ວມ.

อาจเป็นรูปภาพของ 7 คน, ผู้คนกำลังนั่ง, ผู้คนกำลังยืน และ สถานที่ในร่ม

ກອງປະຊຸມໄດ້ກຳນົດຈຸດຂອບເຂດທີ່ຈະອອກເຄື່ອນໄຫວລາດຕະເວນຮວ່ມຄັ້ງນີ້້ເປັນ 6 ຈຸດ ໂດຍໃຊ້ເຮືອລາດຕະເວນ 05 ລຳ ເຮືອລາດຕະເວນຝ່າຍລາວ 02 ລຳ ແລະ ເຮືອລາດຕະເວນຝ່າຍໄທ 03 ລຳ ໃນການໄຫວຕົວຈິງແມ່ນເລີ່ມແຕ່ຂົວມິດຕະພາບລາວ-ໄທ ແຫ່ງທີ 4 ເມືອງຫ້ວຍຊາຍລົງໄປຮອດ ບ້ານຄົກຫຼວງ ເມືອງຫ້ວຍຊາຍ ລວມໄລຍະທາງ 20 ກິໂລແມັດ. ຈາກນັ້ນ ທັງສອງຝ່າຍໄດ້ແລກປ່ຽນຄວາມຄິດເຫັນ ແລະ ປຶກສາຫາລືຈຸດປະສົງໃນການອອກເຄື່ອນໄຫວລາດຕະເວນຮ່ວມໃນຄັ້ງນີ້ກໍ່ ເພື່ອຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮອຍຕາມລໍາແມ່ນ້ຳຂອງຕອນເໜືອຂອງສອງປະເທດ ລາວ-ໄທ, ທັງເປັນການແກ້ໄຂການລັກລອບຂົນສົ່ງຢາເສບຕິດ, ການຂົນສົ່ງສິນຄ້າເຖື່ອນ, ການລັກລອບເຂົ້າ-ອອກເມືອງແບບຜິດກົດໝາຍ ແລະ ບັນຫາອື່ນໆທີ່ອາດຈະເກີດຂຶ້ນຕາມຊາຍແດນອີກດ້ວຍ.

อาจเป็นรูปภาพของ 3 คน

ໃນຕອນທ້າຍຄະນະຜູ້ແທນກອງປະຊຸມທັງສອງຝ່າຍກໍໄດ້ ສະແດງຄວາມຂອບໃຈເຊິ່ງກັນ ແລະ ກັນ. ເຊິ່ງໃຫ້ການຮ່ວມມືທັງສອງຝ່າຍເປັນເອກະພາບໃນຫຼາຍບັນຫາທີ່ສຳຄັນ, ອັນເປັນການປະກອບສ່ວນອັນສຳຄັນກ່ຽວກັບການແກ້ໄຂຕາມຊາຍແດນ ລາວ-ໄທ, ໄທ-ລາວ ໃຫ້ມີຄວາມຄືບໜ້າດີຂຶ້ນ, ມີຄວາມສອດຄ່ອງກ້າວໄປສູ່ການຮ່ວມມືສອງຊາດໃຫ້ມີປະສິດທິພາບໃນພື້ນທີ່ພາກເໜືອຂອງລາວຄື: ແຂວງບໍ່ແກ້ວ ກັບພື້ນທີ່ພາກເໜືອຂອງໄທຄື: ຈັງຫວັດຊຽງຣາຍ ໃຫ້ມີຄວາມສະຫງົບໂດຍພື້ນຖານ.

อาจเป็นรูปภาพของ 10 คน, ผู้คนกำลังยืน และ สถานที่ในร่ม

.

อาจเป็นรูปภาพของ 17 คน, ผู้คนกำลังยืน และ กลางแจ้ง

ໂດຍ: ສົມໄຊ ສີລາຈັນ.

Leave a Reply

Your email address will not be published. Required fields are marked *