ປະຕິບັດຕາມລັດຖະດຳລັດ ຂອງປະທານປະເທດ ສປປ ລາວ ວ່າດ້ວຍການໃຫ້ອະໄພຍະໂທດ ແກ່ນັກໂທດ ທີ່ມີຄວາມກ້າວໜ້າ ໃນຂອບເຂດທົ່ວປະເທດ ເນື່ອງ ໃນໂອກາດວັນຊາດທີ 2 ທັນວາ ຄົບຮອບ 46 ປີໃນປີ 2021 ແລະ ໃນໄລຍະປ້ອງກັນ ສະກັດກັ້ນ, ການແຜ່ລະບາດຂອງພະຍາດໂຄ ວິດ-19 ແລະອີງຕາມລັດຖະທຳ ມະນູນແຫ່ງ ສປປ ລາວ ໝວດ VI ມາດຕາ 67, ຂໍ້ 12 ກ່ຽວກັບການ ຕົກລົງໃຫ້ອະໄພຍະໂທດແກ່ ນັກໂທດ,

ດັ່ງນັ້ນ, ໃນວັນທີ 23 ທັນວາ 2021 ນີ້, ອົງການໄອຍະ ການປະຊາຊົນແຂວງ ສະຫວັນນະ ເຂດ ສົມທົບກັບຄ້າຍຄຸມຂັງ-ດັດ ສ້າງແກ້ງຄັນກະຊວງປ້ອງກັນ ຄວາມສະຫງົບ ໄດ້ຈັດພິທີປະກາດ ອະໄພຍະໂທດແກ່ນັກໂທດທີ່ມີ ຄວາມກ້າວໜ້າທີ່ຄ້າຍຄຸມຂັງ ແກ້ງຄັນ, ໂດຍມີທ່ານ ວຽງທະວີ ສອນ ເທບພະຈັນ ກຳມະການສຳ ຮອງສູນກາງພັກ ກຳມະການປະ ຈຳພັກແຂວງ ຮອງເຈົ້າແຂວງສະ ຫວັນນະເຂດ, ບັນດາພາກສ່ວນ ທີ່ກ່ຽວຂ້ອງຈາກເມືອງຕ່າງໆ, ຕາງ ໜ້າກອງບັນຊາການ ປກສ ເມືອງ ອ້ອມຂ້າງເຂົ້າຮ່ວມ.

ເຊິ່ງໃນລັດຖະດຳລັດຂອງ ທ່ານປະທານປະເທດ ສປປ ລາວ ໄດ້ຕົກລົງໃຫ້ອະໄພຍະໂທດ, ຫຼຸດ ຜ່ອນໂທດ ແລະປ່ອຍຕົວນັກໂທດ ໃນທົ່ວປະເທດຈຳນວນ 2.564 ຄົນ ໃນນີ້ອະໄພຍະໂທດຫຼຸດຜ່ອນ ໂທດໃນໂອກາດວັນຊາດທີ 2 ທັນ ວາຄົບຮອບ 46 ປີ 1.992 ຄົນ, ໃນນີ້ນັກໂທດທີ່ມີໂທດຕະຫຼອດ ຊີວິດໄດ້ຮັບການອະໄພຍະໂທດ ຫຼຸດຜ່ອນໂທດມາເປັນໂທດກຳ ນົດ 20 ປີ, ມີ 49 ຄົນ, ນັກໂທດ ອະໄພຍະໂທດປ່ອຍຕົວມີຫຼຸດຜ່ອນ ໂທດ 1.980 ຄົນ, ປ່ອຍຕົວ 12 ຄົນ, ສ່ວນການອະໄພຍະໂທດປ່ອຍຕົວ ໃນໄລຍະປ້ອງກັນການລະບາດ ຂອງພະຍາດໂຄວິດ-19 ມີ 572 ຄົນ,

ສຳລັບແຂວງສະຫວັນນະ ເຂດ ຈຳນວນນັກໂທດທີ່ສະເໜີອະ ໄພຍະໂທດຜ່ອນໂທດ ແລະປ່ອຍ ຕົວໃນປີ 2021 ມີ 404 ຄົນ, ໃນນີ້ ນັກໂທດໄດ້ຮັບການອະໄພຍະ ໂທດປ່ອຍຕົວມີຈໍານວນ 78 ຄົນ, ໄດ້ຮັບການອະໄພຍະໂທດຫຼຸດ ຜ່ອນໂທດ 336 ຄົນ, ຍິງ 38ຄົນ, ຕ່າງປະເທດ 3 ຄົນ, ນັກໂທດຕະ ຫຼອດຊີວິດມີ 16 ຄົນ, ຍິງ 4ຄົນ. ໃນນັ້ນ ຂໍ້ຫາຢາເສບຕິດ ມີ 329 ຄົນ, ຍິງ 38 ຄົນ ແລະຂໍ້ຫາທົ່ວ ໄປມີ 7 ຄົນ, ຕ່າງປະເທດ 2 ຄົນ.

ໃນໂອກາດເຂົ້າຮ່ວມພິທີ ທ່ານ ວຽງທະວີສອນ ເທບພະຈັນ ມີຄຳ ເຫັນວ່າ: ການລົງ ໂທດຕໍ່ນັກໂທດ ບໍ່ແມ່ນເປັນການທໍລະມານຄົນ ຫຼືກັກຂັງໜ່ວງໜ່ຽວແບບໄຮ້ມະ ນຸດສະທຳ ແຕ່ເປັນການປາບພະ ຍາດແນວຄິດທີ່ບໍ່ດີ ເພື່ອກອບກູ້ ເອົາຊີວິດຂອງຜູ້ຫຼົງຜິດໃຫ້ກາຍ ມາເປັນພົນລະເມືອງດີ, ກັບຄືນເມືອຢູ່ກັບຄອບຄົວຢ່າງອົບອຸ່ນ ແລະສ້າງສາພັດທະນາຄອບຄົວ, ດຳລົງຊີວິດຢູ່ໃນສັງຄົມຢ່າງ ປອດໃສ. ຮຽກຮ້ອງໃຫ້ຜູ້ທີ່ໄດ້ຮັບ ການປ່ອຍຕົວໄດ້ຫັນປ່ຽນແນວ ຄິດຈິດໃຈປະຖິ້ມໃນການກະທຳ ທີ່ບໍ່ດີ, ຕ້ອງທຳມາຫາກິນດ້ວຍຄວາມບໍລິສຸດສັດຊື່, ສິ່ງໃດທີ່ບໍ່ດີ ການກະທຳທີ່ເປັນການລະເມີດ ກົດໝາຍ, ຮີດຄອງປະເພນີອັນດີ ງາມຂອງຊາດແມ່ນຫ້າມເດັດ ຂາດ.

ສ່ວນຜູ້ທີ່ໄດ້ຮັບການຜ່ອນ ໂທດກໍ່ໃຫ້ເອົາໃຈໃສ່ສ້າງຜົນ ງານ, ປະຕິບັດລະບຽບກົດໝາຍ, ເປັນແບບຢ່າງໃນການອອກແຮງ ງານ, ເຄົາລົບເຈົ້າໜ້າທີ່ບໍ່ໃຫ້ມີ ແນວຄິດເຕັ້ນໂຕນໂຍນໜີ ເພື່ອ ໃຫ້ມີໂອກາດໄດ້ຮັບການຜ່ອນ ໂທດໃນປີຕໍ່ໄປ, ຮຽກຮ້ອງໃຫ້ພໍ່ ແມ່ພີ່ນ້ອງ, ອຳນາດການປົກຄອງ ເມືອງ, ບ້ານ, ເຈົ້າໜ້າທີ່ ປກສ ກຸ່ມບ້ານ, ປກສ ເມືອງ ບ່ອນນັກ ໂທດອາໄສຢູ່ຕ້ອງມີການຕິດຕາມ ກວດກາພຶດຕິກຳການປະພຶດການ ກະທຳຂອງນັກໂທດທີ່ໄດ້ຮັບ ການປ່ອຍຕົວ, ເອົາໃຈໃສ່ສຶກສາ ອົບຮົມ ເພື່ອໃຫ້ເຂົາເຈົ້າມີຄວາມ ເຂົ້າໃຈກ່ຽວກັບແນວທາງນະ ໂຍບາຍຂອງພັກ ແລະກົດໝາຍ ຂອງບ້ານເມືອງ ເປັນຄົນດີຂອງ ຄອບຄົວ ແລະຂອງສັງຄົມຕໍ່ໄປ./.

Leave a Reply

Your email address will not be published. Required fields are marked *