ເຈົ້າແຂວງວຽງຈັນ ຕ້ອນຮັບການມາຢ້ຽມຢາມຂອງ ທ່ານ ຄຳໄຕ ສີພັນດອນ ອາດີດປະທານປະເທດແຫ່ງສປປລາວ.

ໃນຕອນເຊົ້າຂອງວັນທີ 25 ທັນວາ 2021 ທ່ານ ຄຳໄຕ ສີພັນດອນ ອາດີດປະທານປະເທດແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ໄດ້ເດີນທາງຢ້ຽມຢາມເມືອງວັງວຽງ ແຂວງວຽງຈັນ ໂດຍການຕ້ອນຮັບຢ່າງອົບອຸ່ນຈາກ ທ່ານ ຄຳພັນ ສິດທິດຳພາ ເຈົ້າແຂວງວຽງຈັນ, ພ້ອມດ້ວຍການນຳຂັ້ນແຂວງ, ເຈົ້າເມືອງວັງວຽງ ແລະພະນັກງານຈຳນວນໜຶ່ງ.

ການມາຢ້ຽມຢາມຂອງທ່ານ ອາດີດປະທານປະເທດແຫ່ງ ສປປລາວ ໃນຄັ້ງນີ້ ຍັງໄດ້ເດີນທາງດ້ວຍລົດໄຟຄວາມໄວສູງ ລາວ-ຈີນ ຂະບວນລ້ານຊ້າງຈາກສະຖານີລົດໄຟ ນະ ຄອນຫຼວງວຽງຈັນ ລົງຈອດທີ່ສະຖານີລົດໄຟ ວັງວຽງ ທີ່ຫາກໍ່ສ້າງສຳເລັດ ແລະ ເປີດນຳໃຊ້ຢ່າງເປັນທາງການໃນຕົ້ນເດືອນທັນວາ 2021

ຊຶ່ງເປັນສັນຍາລັກແຫ່ງສາຍພົວພັນມິດຕະພາບ ອັນເປັນມູນເຊື້ອ ແລະການຮ່ວມມືແບບຄູ່ຮ່ວມຍຸດທະສາດ ຮອບດ້ານ ໝັ້ນຄົງ ຍາວນານ ຕາມທິດ 4 ດີ, ຄູ່ຮ່ວມຊາຕາກໍາ ສັງຄົມນິຍົມ ລາວ-ຈີນ ລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງຊາດ ລາວ ແລະ ຈີນ ໃຫ້ໝັ້ນຄົງທະນົງແກ່ນ ແລະສວຍສົດງົດງາມ ຍິ່ງໆຂຶ້ນ.

ພາບ-ຂ່າວ : ບຸນມາ ແກ້ວບຸດດາ.

Leave a Reply

Your email address will not be published. Required fields are marked *