ພົນລະເມືອງດີ ແຈ້ງເຈົ້າຫນ້າທີ່ ປກສ ກຸ່ມຫນອງທາ ເມືອງຈັນທະບູລີ ນະຄອນຫລວງວຽງຈັນ ວ່າເຫັນກຸ່ມຄົນຈຳນວນຫນຶ່ງນັດສົ່ງຢາເສບຕິດ ວັນທີ 21 ທັນວາ 2021 ເວລາ 14:30 ໂມງ ຫລາຍຄັ້ງ ຢູ່ສາມແຍກທາງຮ່ອມ 19 ບ້ານຫ້ວຍຫົງ.

ຈາກນັ້ນ ເຈົ້າໜ້າທີ່ ປກສ ກຸ່ມໜອງທາ ຈິ່ງໄດ້ສົມທົບກັບ ປກສ- ປກຊ ບ້ານ ຫ້ວຍຫົງ ເພື່ອຕິດຕາມເກັບກໍາຂໍ້ມູນ ຈິ່ງກຳນົດເປົ້າໝາຍໄດ້ສອງຄົນ ເປັນຍິງ 1 ຄົນ ໄປຮອດເຮືອນພັກແຫ່ງໜຶ່ງ ຂອບເຂດບ້ານໜອງທາເໜືອ ເມືອງຈັນທະບູລີ.
ຈິ່ງເຂົ້າກັກຕົວ ທັງສອງ ພ້ອມກວດຄົ້ນຕົວພວກກ່ຽວ ພົບເຫັນຂອງກາງຢາບ້າ 50 ເມັດ ແລະ ໂທລະສັບ 4 ເຄື່ອງ ຊາບຊື່
ນາງ ຄຳນ້ອຍ ອາຍຸ 26 ປີ ບ້ານຄຳຮຸ່ງ ເມືອງໄຊທານີ ພົບເຫັນຢາບ້າ 50 ເມັດ ໂທລະສັບ 1 ເຄື່ອງ.
ຜູ້ທີ່ສອງຊື່ ທ້າວ ສຸກສາຄອນ ອາຍຸ 36 ປີ ກຳມະກອນ ບ້ານຫ້ວຍຫົງ ເມືອງຈັນທະບູລີ ນະຄອນຫລວງວຽງຈັນ ພົບເຫັນໂທລະສັບ 3 ເຄື່ອງ.