! ເຫດ 🚨 ລົດກະບະຕໍາກັບລົດໄຖນາ ທີ່ເມືອງທ່າແຂກ.

ລາຍງານຈາກກູ້ໄພແຂວງຄໍາມ່ວນ ໃຫ້ຮູ້ວ່າ ໃນວັນທີ 25 ທັນວາ 2021 ເວລາ 17:00 ນາທີ ໄດ້ເກີດເຫດ ລົດກະບະຕໍາກັບລົດໄຖນາ ຢູ່ເສັ້ນທາງໂຄ້ງ ບ້ານດົງໃຕ້ ເມືອງ ທ່າແຂກ ແຂວງຄຳມ່ວນ.

ຈຸດເກີດເຫດໄດ້ພົບເຫັນຜູ້ບາດເຈັບ 4 ຄົນ ເພດຊາຍ 1 ເພດຍິງ 3. ລົດກະບະຕົກລົງໜອງ.

– ຜູ້ທີ 1 ເພດຊາຍ : ກະທົບແອວ ຫົວແຕກ ແລະແໜ້ນໜ້າເອິກ.

– ຜູ້ທີ 2 ເພດຍິງ : ໜ້າຜາກແຕກ ແກ້ມຊ້າຍໄຂ່ບວມ ເຈັບງ່ອນ.

– ຜູ້ທີ 3 ເພດຍິງ : ມຶນເມົາ ບາດແຜຖະຫລອກຢູ່ແຂນສອກຂວາ ເລືອດດັງອອກ

– ຜູ້ທີ 4 ເພດຍິງ : ບາດເຈັບເລັກນ້ອຍ

ທີມງານກູ້ໄກ້ແຂວງຄຳມ່ວນ ໄດ້ປະຖົມພະຍາບານຂັ້ນຕົ້ນແລ້ວນຳສົ່ງໄປໂຮງໝໍແຂວງຄຳມ່ວນ

Leave a Reply

Your email address will not be published. Required fields are marked *