” ປກສ ເມືອງໄຊທານີ ມ້າງແກ້ງຄ້າຢາລາຍໃຫ່ຍ ຍຶດຂອງກາງມີເງິນ 100 ລ້ານກວ່າກີບ ແລະ ອີກຫຼາຍລາຍການ”

ກອງບັນຊາການ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ມ້າງກຸ່ມແກ້ງຄ້າຂາຍຢ າເ ສບຕິ ດລາຍໃຫ່ຍ ຢູ່ບ້ານດອນໜູນ ກັກຕົວເປົ້າໝາຍ ຈຳນວນ 4 ຄົນຄື: ທ້າວ ສຸບັນ ອາຍຸ 58 ປີ ຫວ່າງງານ ຂອງກາງຢ າບ້ າ 30,000 ເມັດ, ທ້າວ ອາລີ ອາຍຸ 39 ປີ ມີຂອງກາງຢາບ້າ 210 ເມັດ, ນາງ ໄຊພອນ ອາຍຸ 57 ປີ ອາຊີບ ແມ່ເຮືອນ ຂອງກາງ 1,000 ເມັດ ແລະ ທ້າວ ສາຍສະໝອນ ອາຍຸ 29 ປີ ຫວ່າງງານ ບໍ່ມີຂອງກາງ.

ພັທ ຈັນເພັງ ແກ້ວປະເສີດ ຫົວໜ້າກອງບັນຊາການ ປກສ ເມືອງໄຊທານີ ໃຫ້ຮູ້ວ່າ: ວັນທີ 23 ທັນວາ 2021 ພວກເຮົາໄດ້ຈັບເປົ້າໝາຍ ຈຳນວນ 4 ຄົນນີ້ ແລະ ໄດ້ນຳຕົວຂຶ້ນມາ ສອບສວນຢູ່ກອງບັນຊາການ ປກສ ເມືອງໄຊທານີ ພວກກ່ຽວໃຫ້ການຮັບສາລະພາບວ່າ: ຢ າບ້ າທີ່ເຈົ້າໜ້າທີ່ກວດພົບເປັນຂອງພວກກ່ຽວແທ້;

ນອກນັ້ນຍັງມີຂອງກາງອີກຈຳນວນໜຶ່ງຄື: ເງີນຮ້ອຍລ້ານກວ່າກີບ, ເງິນບາດ 378.0000 ບາດ, ວັດຖຸຄ້າຍຄືຄໍາ ຈໍານວນໜຶ່ງ, ລົດແລນຄູເຊີ ປຣາໂດ ສີຂາວເລກທະບຽນ ອດ 4555 ກຳແພງນະຄອນ, ລົດໃຫ່ຍຍີ່ຫໍ້ຟໍຈູນເນີອໍເນວ ສີຂາວ ເລກທະບຽນ ຫດ 3838 ກໍາແພງນະຄອນ, ລົດໃຫ່ຍຍີ່ຫໍ້ ແຣງໂຣເວີ ສີຂາວ ເລກທະບຽນ ມມ 1112 ກໍາແພງນະຄອນ, ໂທລະສັບ 3 ໜ່ວຍ ມາດຳເນີນຄະດີຕາມລະບຽບກົດໝາຍ.
