ເຈົ້າໜ້າທີ່ ປກສ ເມືອງຊໍາເໜືອ ມອບເຄື່ອງຂອງກາງທີ່ຄົນຮ້າຍລັກໄປ ສົ່ງຄືນເຈົ້າຂອງ.

ວັນທີ 24 ຕຸລາ 2021 ເຈົ້າໜ້າທີ ປກສ ເມືອງຊໍາເໜືອ ແຂວງຫົວພັນ ໄດ້ກັັກຕົວ ທ້າວ ໄລ ອັອນ ອາຍຸ 24 ປີ ປະຊາຊົນ ຢູ່ບ້ານທາດເມືອງໆຊໍາເໜືອ ແຂວງຫົວພັນ ໃນຂໍ້ຫາລັກຊັບພົນລະເມືອງ ມີຄື: ຄອມພິວເຕີໂນດບຸກ 1 ເຄື່ອງ, ເຄືອງປັ່ນໝາກໄມ້ 1 ໜ່ວຍ, ເຕົາໄມໂຄເວບ 1 ໜ່ວຍ, ຈັກຕັດຫຍ້າ 1 ເຄື່ອງ, ໝໍ້ຫຸງເຂົ້າ 2 ໜ່ວຍ, ແອກາສ 1 ອັນ ແລະ ສາຍສາກຄອມ 1 ອັນ.

ດັ່ງນັ້ນມາໃນວັນທີ 22 ທັນວາ 2021 ນີ້ ເຈົ້າໜ້າທີ່ ປກສ ເມືອງຊໍາເໜືອ ແຂວງຫົວພັນ ຈຶ່ງໄດ້ມອບເຄື່ອງຂອງກາງໃນຈຳນວນດັ່ງກ່າວ ທີ່ຄົນຮ້າຍລັກໄປ ຄືນໃຫ້ແກ່ ສູນການສຶກສານອກໂຮງຮຽນ ຂອງແຂວງຫົວພັນ ຢູ່ທີ່ ກອງບັນຊາການ ປກສ ເມືອງຊໍາເໜືອ ເຂົ້າຮ່ວມມອບ-ຮັບເຄືອງໂດຍມີ ເຈົ້າໜ້າທີ່ ທີກ່ຽວຂ້ອງ ແລະ ຜູ້ຕ່າງໜ້າສູນການສຶກສາໂຮງຮຽນ ແຂວງຫົວພັນ ຕ່າງໜ້າຮັບເຄື່ອງ ໂດຍທ່ານ ຄໍາພຸດ ໄຊບຸນເຮືອງ ຫົວໜ້າຫ້ອງການບໍລິຫານ ສູນການສຶກສານອກໂຮງຮຽນແຂວງຫົວພັນ.

ຂ່າວ ປກສ ແຂວງຫົວພັ