ເຈົ້າໜ້າທີ່ ປກສ ເມືອງຊໍາໃຕ້ໄດ້ຮັັບລາຍງານຈາກພົນລະເມືອງດີວ່າມີຄົນບໍ່ດີມີການເຄື່ອນໄຫວຄ້າ – ຂາຍ ຢາເສບຕິດຢູ່ບ້ານຄໍ້ ເມືອງຊໍາໃຕ້ ແຂວງຫົວພັນ.
ຈາກນັ້ນເຈົ້າໜ້າທີ່ຈຶ່ງໄດ້ຂື້ນເປົ້າໝາຍຕິດຕາມຜູ້ກ່ຽວມາແຕ່ທ້າຍເດືອນ 6 ປີ 2019 ຜ່ານການຕິດຕາມເຫັນວ່າຜູ້ກ່ຽວມີການເຄື່ອນໄຫວຄ້າ – ຂາຍຢາເສບຕິດແທ້.

ມາຮອດເຊົ້າເວລາ 9 ໂມງ ຂອງວັນທີ່ 23 ທັນວາ ປີ2021ຈື່ງໄດ້ແຕ່ງຕັ້ງກໍາລັງລົງໄປສົມທົບກັບອໍານາດການປົກຄອງບ້ານເພື່ອເຂົ້າໄປກວດຄົ້ນເຄຫາສະຖານດັ່ງກ່າວ ເຊີ່ງເປັນເຮືອນຂອງທ້າວ ພອນໄຊ ຫວ່າງ ອາຍຸ 64 ປີ ແລະ ນາງ ຢີ ຫວ່າງ ອາຍຸ 62 ປີ ຜົວ-ເມຍ ອາຊີບປະຊາຊົນ ບ້ານຄໍ້ ເມືອງຊໍາໃຕ້ ແຂວງຫົວພັນ ຜ່ານການກວດຄົ້ນຂອງເຈົ້າໜ້າທີ່ໄດ້ພົບເຫັນຂອງກາງປະເພດຢາບ້ານຈໍານວນ 24 ຫໍ່ເທົ້າກັບ 4.857 ເມັດ, ອາວຸດລ່າເນື້ອ 01 ກະບອກ( ປືນແຕ່ງຍິງລູກກິລາ), ເງີນກີບທະນາຄານຈໍານວນ 7.000.000 ກີບ(ເຈັດລ້ານກີບ) ແລະ ອຸປະກອນການເສບຈໍານວນໜື່ງ ທີ່ຊຸກເຊື່ອໄວ້ຢູ່ພາຍໃນເຮືອນຂອງພວກກ່ຽວ.

ສະນັ້ນເຈົ້າໜ້າທີ່ຈື່ງໄດ້ຈັບຕົວຄູ່ຜົວເມຍພວກກ່ຽວພ້ອມທັງຂອງກາງຈໍານວນດັ່ງກ່າວມາສືບສວນ – ສອບສວນຫາຂໍ້ມູນ.
ຜ່ານການສືບສວນ – ສອບສວນຂັ້ນເບື້ອງຕົ້ນພວກກ່ຽວໄດ້ຮັບສາລະພາບວ່າຢາບ້າຈໍານວນ 4.857 ເມັດ, ອາວຸດລ່າເນື້ອ( ປືນແຕ່ງຍິງລູກກິລາ)ຈໍານວນ 01 ກະບອກ, ເງີນກີບທະນາຄານຈໍານວນ 7.000.000 ກີບ(ເຈັດລ້ານກີບ) ແລະ ອຸປະກອນການເສບຈໍານວນໜື່ງ ແມ່ນຂອງພວກກ່ຽວແທ້.

ຈາກນັ້ນເຈົ້າໜ້າທີ່ ປກສ ເມືອງຊໍາໃຕ້ຈື່ງໄດ້ນໍາສົ່ງຕົວຜູ້ກ່ຽວພ້ອມທັງເຄື່ອງຂອງກາງໃຫ້ພະແນກສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງຫົວພັນດໍາເນີນຄະດີຕໍ່ເພື່ອສືບສວນຫາກູ່ມແກ້ງຮ່ວມຂະບວນການມາດໍາເນີນຄະດີຕາມລະບຽບກົດໝາຍ.
ຂ່າວ ປກສ ແຂວງຫົວພັນ