ແຈ້ງໂຈະການເກັບຄ່າຜ່ານທາງແບບໃໝ່ ໂພນທອງ ຫາ ຊາຍແດນວັງເຕົ່າ ໂພນທອງ ແລະ ທາງ 14A ຫ້ວຍເພັກ ເມືອງໂພນທອງ ຫາ ຊາຍແດນເມືອງຈໍາປາສັກ

ເຈົ້າແຂວງຈຳປາສັກ ອອກຄຳສັ່ງດ່ວນ ເລກທີ 19/ຈຂ.ຈສ, ລົງວັນວັນທີ 22 ທັນວາ 2021 ວ່າດ້ວຍ ການໂຈະການຈັດຕັ້ງປະຕິບັດຂໍ້ຕົກລົງ ສະບັບ ເລກທີ 1294/ຈຂ.ຈສ, ລົງວັນທີ 01 ທັນວາ 2021

ວ່າດ້ວຍການຮັບຮອງ ໂຄງສ້າງລາຄາ ຄ່າຜ່ານທາງ ເລກທີ 16 ຊ່ວງຫົວຂົວຂ້າມນໍ້າຂອງ ປາກເຊ-ໂພນທອງ ຫາ ຊາຍແດນວັງເຕົ່າ ເມືອງໂພນທອງ ແລະ ທາງ 14A ຫ້ວຍເພັກ ເມືອງໂພນທອງ ຫາ ຊາຍແດນເມືອງຈໍາປາສັກ ຈົນກວ່າຈະມີນິຕິກຳສະບັບໃໝ່ປ່ຽນແທນ.

ຫົວໜ້າຫ້ອງວ່າການແຂວງ ກໍໄດ້ອອກແຈ້ງການແນະນໍາກ່ຽວກັບການຈັດຕັ້ງເຜີຍແຜ່ຄໍາສັ່ງດັ່ງກ່າວ.

ລາຍລະອຽດຂໍໃຫ້ອ່ານຄໍາສັ່ງດ້ານລຸ່ມ:

.

Leave a Reply

Your email address will not be published. Required fields are marked *