ເຈົ້າໜ້າທີ່ ປກສ ແຂວງຈຳປາສັກ ໄດ້ສືບຮຸ້ ແລະ ຈັບຕົວເປົ້າຫມາຍ ຄ້າຂາຍ ຢາ.ໄອສ໌ ໄດ້ 1 ຄົນ ພ້ອມຂອງກາງ 7 ກິໂລກຼາມ.

ໃນວັນທີ 9 ທັນວາ 2021 ເຈົ້າໜ້າທີ່ວິຊາສະເພາະວິຊາສະເພາະປະຈຳຈຸດກວດກາໜອງອີໂອຍ ເມືອງປາກຊ່ອງ ແຂວງຈຳປາສັກ ໄດ້ກັກຕົວຜູ້ຖືກຫາຄະດີຢາເສບຕິດໄດ້ 1 ຄົນ. ຜູ້ຖືກຫາຊື່ທ້າວ ແສງທອງ ອາຍຸ 42 ປີ ບ້ານພູຊ້າງຄຳ ນະຄອນ-ຫລວງພະບາງ ແຂວງຫຼວງພະບາງ

ພ້ອມເຄື່ອງຂອງກາງຢາ .ໄອສ໌ 7 ກິໂລກຼາມ, ລົດຈິບປາຣາໂດ ທະບຽນ ຄລ 6565 ກຳແພງນະຄອນ 1 ຄັນ ພ້ອມເຄື່ອງຂອງກາງອີກ ຈຳນວນໜື່ງ.
ຂໍ້ມູນ: ປກສ