ລັດຖະບານໂປໂລຍ (ໂປແລນ) ໃຫ້ການຊ່ວຍເຫຼືອວັກຊີນ AstraZeneca ກັນພະຍາດໂຄວິດ-19 ຈໍານວນ 501,600 ໂດສ ໃຫ້ແກ່ ສປປ ລາວ.

ວັນທີ 21 ທັນວາ 2021, ສປປ ລາວ ໄດ້ຮັບວັກຊີນ AstraZeneca ຊ່ວຍເຫຼືອຈາກປະເທດໂປໂລຍ ຈໍານວນ 501,600 ໂດສ. ໄດ້ມາຮອດລາວແລ້ວ ດ້ວຍການຂົນສົ່ງທາງບົກ ຂົວມິດຕະພາບ 1, ນະຄອນຫຼວງວຽງຈັນ.

ໂດຍການອອກຮັບຂອງຫ້ອງການກະຊວງສາທາລະນະສຸກ, ໂຄງການສັກຢາກັນພະຍາດ, ສູນສຸຂະພາບແມ່ ແລະ ເດັກ ແລະ ພາກສ່ວນທີ່ກ່ຽວຂ້ອງ.

‘ການບໍລິຈາກວັກຊີນຈາກ ປະເທດໂປໂລຍ ແມ່ນເປັນສ່ວນໜຶ່ງຂອງຄວາມສາມັກຄີໃນທົ່ວໂລກຂອງ ທີມເອີຣົບ ແລະ ຕໍ່ການສະໜັບສະໜູນໃຫ້ແກ່ ສປປ ລາວ ໃນການຕ້ານການແຜ່ລະບາດຂອງໂຄວິດ ແລະ ຜົນກະທົບຂອງມັນ.

ພວກເຮົາດີໃຈທີ່ການປະກອບສ່ວນຄັ້ງນີ້ຈະຊ່ວຍໃຫ້ລັດຖະບານລາວເລັ່ງຂະບວນການສັກຢາວັກຊີນ ເພືອສ້າງພູມຄຸ້ມກັນໃຫ້ປະຊາຊົນໃຫ້ກວມເອົາຈຳນວນຫຼາຍຂຶ້ນ.
