ເກີດເຫດລົດໃຫຍ່ເສຍຫລັກຕໍາເສົາໄຟຟ້າຫັກ ທີ່ເຂດ ບ້ານພະຂາວ ເມືອງໄຊທານີ ນະຄອນຫລວງວຽງຈັນ

ໃນຄືນຂອງວັນທີ 18 ທັນວາ 2021 ເວລາ 00:05 ໂມງ ເກີດມີອຸປະຕິເຫດລົດໃຫຍ່ລຸ້ນ Toyota ຍີ່ຫໍ້ Futuner ແລະ ລົດ Hyundai ຍີ່ຫໍ້ Accent Blue ຕຳກັນ ຢູ່ເຂດບ້ານພະຂາວ ເມືອງໄຊທານີ ເຮັດໃຫ້ລົດ Futuner ເສຍຫລັກຕຳເອົາເສົາໄຟຟ້າ ໄຟສາຍແຈກ mss 13.1 ເປັນເຫດໃຫ້ເສົາໄຟ 12 ແມັດ ຫັກຈຳນວນ 1 ຕົ້ນ

ເສົາທີ່ມີຫມໍ້ແປງ ຂະຫນາດ 250 KVA ຕັ້ງຢູ່ ( ເປັນເສົາຄູ່ ) ແລະ ໃນຊ່ວງເຊົ້າ ເວລາ 10:00ໂມງ ສາຂານະຄອນຫລວງ 2 ສູນບໍລິການໄຟຟ້າເມືອງໄຊທານີ ຫນ່ວຍງານສ້ອມແປງໄຟຟ້າສຸກເສີນ ຈຳນວນ 9 ຄົນ ໄດ້ເລັ່ງສ້ອມແປງກູ້ລະບົບ ແລະ ຕັ້ງເສົາຄືນໃຫມ່ເພື່ອສະຫນອງພະລັງງານຄືນໃຫ້ເປັນປົກກະຕິ, ການປະຕິບັດວຽກດັ່ງກ່າວໄດ້ສຳເລັດລົງໃນເວລາ 17:00ໂມງ ຂອງວັນດຽວກັນ.

.

.

.

.

.
