“ລັດຖະມົນຕີກະຊວງ ປກສ ເນັ້ນ 4 ບັນຫາໃຫຍ່ໃຫ້ກຳລັງ ປກສ ໃນຂອບເຂດທົ່ວປະເທດ”
ພົອ ວິໄລ ຫຼ້າຄຳຟອງ ກຳມະການກົມການເມືອງສູນກາງພັກ ລັດຖະມົນຕີກະຊວງ ປກສ ໄດ້ໃຫ້ທິດໂດຍເນັ້ນ 4 ບັນຫາໃຫຍ່ ໃຫ້ກຳລັງປ້ອງກັນຄວາມສະຫງົບປະຊາຊົນ ໃນຂອບເຂດທົ່ວປະເທດ ຈັດ ຕັ້ງປະຕິບັດ ໃນປີ 2022 ເພື່ອຮັບປະກັນໃຫ້ປະ ເທດຊາດມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ,ສັງຄົມມີີຄວາມສະຫງົບ,ມີຄວາມເປັນລະບຽບຮຽບຮ້ອຍ-ປອດໄພ ໂດຍພື້ນຖານ.

ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງາານປ້ອງກັນຄວາມສະຫງົບ ປີ 2021 ແລະ ທິດ ທາງແຜນການວຽກງານຈຸດສຸມ ປີ 2022 ໃນວັນທີ 17 ທັນວາ ນີ້, ພົອ ວິໄລ ຫຼ້າຄຳຟອງ ໄດ້ເຂົ້າຮ່ວມ ແລະ ເປັນປະທານໂອ້ລົມຕໍ່ກອງປະຊຸມ, ເຊິ່ງທ່ານໄດ້ກ່າວວ່າ: ເພື່ອສືບຕໍ່ຮັບປະກັນໃຫ້ບັນດາເຫດການ ການເມືອງສໍາຄັນຂອງພັກ-ລັດ ແລະ ສະພາແຫ່ງຊາດໄດ້ຮັບການຈັດຕັ້ງປະຕິບັດ, ດໍາເນີນດ້ວຍຄວາມປອດໄພ ແລະທັງເປັນການປັບປຸງແບບແຜນ,ການ ຈັດຕັ້ງປະຕິບັດໜ້າທີ່ການເມືອງຂອງກໍາລັງປ້ອງ ກັນຄວາມສະຫງົບປະຊາຊົນ ໃນປີ 2022 ໃຫ້ເຂົ້າສູ່ລະບົບທີ່ໜັກແໜ້ນ ລັດຖະມົນຕີກະຊວງ ປກສ ໄດ້ເນັ້ນໃຫ້ກຳລັງ ປກສ ຕ້ອງເອົາໃຈໃສ່ 4 ບັນຫາໃຫຍ່ ຄື:
1. ຂົງເຂດວຽກງານປົກປັກຮັກສາສະຖຽນລະພາບທາງດ້ານການເມືອງ ແລະຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ, ຕ້ອງຮັບປະກັນໃຫ້ປະເທດມີສະຖຽນລະພາບທາງດ້ານການເມືອງ, ມີຄວາມສະຫງົບ-ປອດໄພຢ່າງໜັກແໜ້ນ, ຫັນກໍາລັງລົງກໍ່ສ້າງຮາກຖານການເມືອງຢ່າງມີຈຸດສຸມ ຕິດພັນກັບການສ້າງບ້ານ-ກຸ່ມບ້ານພັດທະນາຕາມທິດ 3 ສ້າງຢູ່ພື້ນທີ່ຫຼໍ່ແຫຼມ, ບໍລິເວນຊາຍແດນ; ເພີ່ມທະວີການເຄື່ອນໄຫວວຽກງານວິຊາສະເພາະໃຫ້ແຂງແຮງແຕ່ລະຂັ້ນ ໂດຍສະເພາະວຽກງານສືບຂ່າວ, ເກັບກໍາ-ວິໄຈ-ປະມວນຂ່າວ, ເກັບກໍາເປົ້າໝາຍທີ່ກ່ຽວຂ້ອງກັບກົນອຸບາຍ, ການເຄື່ອນໄຫວມ້າງເພທໍາລາຍຂອງອິດທິກໍາລັງປໍລະປັກ, ເຂັ້ມງວດ-ກວດກາລັດຖະກອນຕາມສາຍວິຊາສະເພາະຢູ່ສໍານັກງານ-ອົງການ, ສຸມໃສ່ການຄຸ້ມຄອງ, ກວດກາການນໍາໃຊ້ສື່ສັງຄົມອອນລາຍ, ປກສ ແຂວງໃນທົ່ວປະເທດ ຕ້ອງຮີບຮ້ອນຜັນຂະຫຍາຍ, ກໍານົດແຜນວຽກວິຊາສະເພາະທີ່ຕິດພັນກັບວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ; ໃນນີ້, ສະເພາະແຂວງພາກເໜືອ, ພາກກາງຕ້ອງປະສານສົມທົບກັນແໜ້ນດ້ານວິຊາສະເພາະ ເພື່ອກໍາເປົ້າໝາຍ, ເສັ້ນທາງຂົນສົ່ງ-ເຄື່ອນຍ້າຍ-ຂ້າມລອຍ, ແຫ່ງຜະລິດ, ຈຸດພັກມ້ຽນຊົ່ວຄາວ, ບັນດາສານເຄມີຕົ້ນນໍາໃຊ້ເຂົ້າໃນການຜະລິດຢາເສບຕິດ, ບັນດາເປົ້າໝາຍລາຍໃຫຍ່ຕ້ອງຂຶ້ນແຜນແກ້ໄຂໃຫ້ເດັດຂາດ, ເປົ້າໝາຍໃດທີ່ກ່ຽວຂ້ອງກັບຫຼາຍພາກສ່ວນມີຄວາມຫຍຸ້ງ ຍາກໃນການແກ້ຢູ່ຂັ້ນທ້ອງຖິ່ນ ແມ່ນໃຫ້ລາຍງານຂໍທິດຊີ້ນໍາຈາກກະຊວງ;
ພ້ອມນັ້ນ,ປກສ ນະຄອນ ຫຼວງ, ບັນດາຕົວເມືອງໃຫຍ່ໃຫ້ສົມທົບກັບພາກ ສ່ວນກ່ຽວຂ້ອງລົງກວດກາຢ່າງເຂັ້ມງວດບັນດາຮ້ານບັນເທິງທີ່ພົວພັນເປັນແຫຼ່ງມົ້ວສຸມຢາເສບ ຕິດ, ຄ້າປະເວນີທີ່ສັງຄົມສ່ອງແສງ ແລະ ລົງວິໄນເດັດຂາດຕໍ່ອ້າຍນ້ອງທີ່ມີສ່ວນພົວພັນ ແລະ ອໍາ ນວຍຄວາມສະດວກຕໍ່ບັນຫາດັ່ງກ່າວ, ສຸມໃສ່ຊີ້ນໍາຢ່າງໃກ້ຊິດໃນການເຮັດໜ້າທີ່ຮັກສາຄວາມສະຫງົບ-ປອດໄພໃຫ້ການນໍາພັກ-ລັດ, ແຂກຕ່າງປະເທດ,ປ້ອງກັນບັນດາກອງປະຊຸມ,ການສະເຫຼີມສະຫຼອງບັນດາວັນປະຫວັດສາດທີ່ສໍາຄັນຂອງຊາດ, ປ້ອງກັນສໍານັກງານ-ອົງການ, ໂຄງການກໍ່ ສ້າງຂອງລັດຖະບານ ໂດຍສະເພາະເອົາໃຈໃສ່ຊີ້ນໍາວຽກງານກຽມພ້ອມສູ້ຮົບ, ການແກ້ໄຂກໍລະນີສຸກ ເສີນດ້ວຍການສ້າງ-ປັບປຸງບັນດາແຜນການກຽມ ພ້ອມສູ້ຮົບທີ່ມີຢູ່ແລ້ວຂອງທ້ອງຖິ່ນ ແລະ ນິຕິກໍາທີ່ກ່ຽວຂ້ອງ ເພື່ອສາມາດແກ້ໄຂສະພາບໄດ້ໃນທຸກກໍລະນີ.

2. ຂົງເຂດວຽກງານປັບປຸງກໍ່ສ້າງພັກ, ກໍ່ສ້າງກໍາລັງປ້ອງກັນຄວາມສະຫງົບປະຊາຊົນ ສືບຕໍ່ຕິດ ຕາມ, ເກັບກໍາສະພາບການເມືອງ-ແນວຄິດຂອງພະນັກງານ-ນັກຮົບໃນທົ່ວກໍາລັງ, ຈັດຕັ້ງຜັນຂະ ຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ຄັ້ງທີ V ຂອງຄະນະພັກກະຊວງໃຫ້ແທດເໝາະກັບໜ້າທີ່ການເມືອງຂອງກົມກອງ, ປັບປຸງລະບົບການຈັດຕັ້ງນໍາພາ-ບັນຊາ, ກໍານົດໂຄງປະກອບບຸກຄະລາກອນ ແລະ ຈໍານວນພົນໃຫ້ແທດເໝາະກັບໝ້າທີ່ການເມືອງຕາມທິດກະທັດຮັດ, ໂລ່ງລ່ຽນ, ມີປະສິດທິພາບ; ສືບຕໍ່ສຶກ ສາອົບຮົມການເມືອງ-ນໍາພາແນວຄິດໃນທົ່ວກໍາລັງ ປກສ ໃຫ້ມີຄວາມໜັກແໜ້ນ, ເອົາໃຈໃສ່ກໍານົດຄືນເນື້ອໃນອົບຮົມ,ຮູບການ ແລະ ຂັ້ນອົບຮົມ,ປະ ເພດເອກະສານທີ່ນໍາເຂົ້າອົບຮົມອັນໃດທີ່ມີແລ້ວ, ເປັນເອກະສານທີ່ສູນກາງກໍານົດ ແລະ ເອກະສານໃດທີ່ຍັງບໍ່ທັນມີຕ້ອງການປັບປຸງ-ຮ່າງໃໝ່ ເພື່ອໃຫ້ແທດເໝາະກັບໜ້າທີ່ການເມືອງໃນເງື່ອນໄຂສະ ພາບການໃໝ່, ເອົາໃຈໃສ່ປັບປຸງລະບົບໂຮງຮຽນ, ວິທະຍາຄານ, ການຄົ້ນຄວ້າວິທະຍາສາດ-ວິທະ ຍາການ, ການຄົ້ນຄວ້າລະບົບນິຕິກໍາໃນຂົງເຂດປ້ອງກັນຄວາມສະຫງົບຕາມທິດສ້າງລັດແຫ່ງກົດ ໝາຍທີ່ຍັງເຫັນວ່າຍັງບໍ່ທັນຄົບຖ້ວນ;
ສ້າງເງື່ອນ ໄຂໃຫ້ອົງການຈັດຕັ້ງມະຫາຊົນທີ່ຂຶ້ນກັບໄດ້ເຄື່ອນ ໄຫວຕາມພາລະບົດບາດ ເພື່ອເປັນກໍາລັງແຮງໃນການເຄື່ອນໄຫວປະຕິບັດໜ້າທີ່ການເມືອງຂອງກົມກອງ; ເອົາໃຈໃສ່ປະຕິບັດວຽກງານນະໂຍບາຍທາງດ້ານວັດຖຸ ແລະ ຈິດໃຈ ຕໍ່ຖັນແຖວສະມາຊິກພັກ -ພະນັກງານ, ພະນັກງານປະຕິວັດອາວຸໂສ-ບໍານານຕາມເງື່ອນໄຂ ແລະ ລະບຽບການ,ສືບຕໍ່ສ້າງເງື່ອນ ໄຂ, ຍູ້ແຮງຂະບວນການໃນທົ່ວກໍາລັງ ເພື່ອຂໍ່ານັບຮັບຕ້ອນວັນສ້າງຕັ້ງກໍາລັງ ປກສ ຄົບຮອບ 61 ປີ, ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ແລະ ມະຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງຄະນະພັກກະຊວງ ບົນຈິດໃຈປະຢັດມັດທະ ຍັດ, ທິດໃນການຈັດຕັ້ງສະເຫຼີມສະຫຼອງວັນສ້າງຕັ້ງກໍາລັງ ປກສ ໃຫ້ຖືເອົາວຽກງານການເມືອງເປັນສໍາຄັນ.

3. ຂົງເຂດວຽກງານຮັບປະກັນດ້ານພະລາທິ ການ ສຸມໃສ່ຮັບປະກັນວຽກງານພະລາທິການຕາມລະບອບ,ຕົ້ນຕໍແມ່ນຮັບປະກັນເງິນເດືອນ- ເງິນ ອັດຕາກິນ, ເຄື່ອງນຸ່ງຫົ່ມ, ນໍ້າມັນເຊື້ອໄຟ, ຢາປົວພະຍາດ, ການຈັດຊື້-ຈັດຫາ, ວຽກງານຂົນສົ່ງ ແລະ ຄຸ້ມຄອງການກໍ່ສ້າງພື້ນຖານໂຄງລ່າງຈໍານວນໜຶ່ງທີ່ເຫັນວ່າມີຄວາມຈໍາເປັນ;
ພ້ອມນີ້, ກົມໃຫຍ່ພະລາທິການຕ້ອງເປັນເຈົ້າການຮ່າງແຜນກໍານົດເຂດຍຸດທະສາດໃນການຜະລິດ, ຮູບການດໍາເນີນທຸລະກິດຕາມທິດຫັນໄປສູ່ການກຸ້ມຕົນເອງຮອບດ້ານ; ຫັນບັນດາລາຍໄດ້ຈາກການຜະລິດ, ການສໍາປະທານເຊົ່າສັບສິນ, ລາຍໄດ້ຈາກຫົວໜ່ວຍວິຊາສະເພາະ ເຂົ້າຜ່ານລະບົບການຄຸ້ມຄອງປະຕູດຽວຢູ່ກົມໃຫຍ່ພະລາທິການ ແລະ ຫ້ອງພະລາແຕ່ລະຂັ້ນ, ສູ້ຊົນສ້າງພື້ນຖານວັດຖຸເຕັກນິກ,ຟື້ນຟູລະບົບ ສາງຄັ້ງ, ປະກອບພາຫະນະທີ່ຈໍາເປັນໃຫ້ແກ່ວຽກ ງານປ້ອງກັນຄວາມສະຫງົບຕາມຄວາມສາມາດດ້ານງົບປະມານ.
4. ຂົງເຂດວຽກງານພົວພັນຮ່ວມມືກັບຕ່າງປະ ເທດ ເຊື່ອມຊຶມກໍາແໜ້ນ ແລະ ປະຕິບັດແນວທາງການຕ່າງປະເທດຂອງພັກໃຫ້ຖືກຕ້ອງ, ເພີ່ມທະວີການພົວພັນຮ່ວມມືກັບກໍາລັງ ປກສ ບັນດາປະເທດອ້າຍນ້ອງ ແລະ ເພື່ອນມິດຕາມເງື່ອນໄຂ ໂດຍສະເພາະໃນການແລກປ່ຽນບົດຮຽນ,ຝຶກອົບ ຮົມ ແລະ ກໍ່ສ້າງກໍາລັງ;
ພ້ອມນັ້ນ,ໃຫ້ໜູນໃຊ້ຢ່າງຄ່ອງແຄ້ວກົນໄກປະສານງານທັງໃນລະດັບສູນກາງ ແລະ ທ້ອງຖິ່ນໃນການແກ້ໄຂບັນຫາຄວາມບໍ່ສະ ຫງົບ-ຄວາມບໍ່ເປັນລະບຽບຮຽບຮ້ອຍຕາມແນວຊາຍແດນ ຫຼື ກົນໄກຮ່ວມມືອື່ນໆທີ່ກ່ຽວຂ້ອງກັບການກວດກາ-ພິສູດຂໍ້ມູນ, ຕິດຕາມເປົ້າໝາຍອາຊະຍາກໍາຂ້າມຊາດໃນຮູບແບບຕ່າງໆ, ຍາດແຍ່ງການຊ່ວຍເຫຼືອຈາກຕ່າງປະເທດ, ກໍານົດທິດພົວ ພັນຮ່ວມມືສອງຝ່າຍແລະຫຼາຍຝ່າຍໂດຍສະເພາະ ກັບບັນດາປະເທດເພື່ອນມິດຍຸດທະສາດທີ່ມີປະສິດທິຜົນໃຫ້ການນໍາກະຊວງ,ອົງການຊີ້ນໍາຂັ້ນມະ ຫາພາກ ແລະ ທ້ອງຖິ່ນ.