ເຈົ້າໜ້າທີ່ພະແນກຕຳຫລວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງບໍລິຄຳໄຊ ໄດ້ສືບຮູ້ຈະມີກຸ່ມຄົນລັກລອບຂົນສົ່ງຢາ ເສບ ຕິດ ໂດຍນຳໃຊ້ລົດຈັກຂົນລົງໃສ່ເຮືອເພື່ອຂ້າມແມ່ນໍ້າຂອງໄປປະເທດເພື່ອນບ້ານ, ໃນວັນທີ 16 ທັນວາ 2021 ຈິ່ງໄດ້ລັດສະກັດໄດ້ແຕ່ຢາ ເສ ບ ຕິ ດ 2.400.000 ກວ່າເມັດ, ສ່ວນຜູ້ລັກລອບຫລົບຫນີໄດ້ທັນ.

ພາຍຫລັງໄດ້ຮັບຮູ້ ຂະບວນການຂົນສົ່ງ ຢາ ເສບ ຕິດ ຈາກບ້ານຫົງທອງ ເມືອງທ່າພະບາດ ແຂວງບໍລິຄຳໄຊ ໄປປະເທດເພື່ອນບ້ານ, ເຈົ້າໜ້າທີ່ຈຶ່ງໄດ້ຈັດກຳລັງວິຊາສະເພາະ ເພື່ອກັກຕົວ, ແຕ່ໃນຂະນະທີ່ພວກກ່ຽວກຳລັງເຄື່ອນໄຫວຂົນສົ່ງ ຢາ ບ້າ ໂດຍນຳໃຊ້ລົດຈັກໃນການລຳລຽງເພື່ອຂົນລົງມາໃສ່ ເຮືອຈັກທີ່ຈອດທຽບທ່າລໍຖ້າ ຢູ່ນັ້ນເຈົ້າໜ້າທີ່ຈຶ່ງເຂົ້າສະກັດເພື່ອຈັບຕົວ ແຕ່ຜູ້ລັກລອບ ເອົາຕົວຫລົບຫນີເຂົ້າປ່າ; ສາມາດຍືດ ຢ າ ບ້ າໄດ້ ຈຳນວນ 6 ເປົ໋າມີທັງໝົດ 1.203 ມັດ ເທົ່າກັບ 2.406.000 ເມັດ, ພ້ອມລົດຈັກ 2 ຄັນ ແລະ ເຮືອ 2 ລຳ.

ສ່ວນກຸ່ມຄົນດັ່ງກ່າວແມ່ນຫຼົບໜີເຂົ້າປ່າ ປັດຈຸບັນເຈົ້າໜ້າທີ່ກຳລັງຕິດຕາມຕົວມາດຳເນີນຄະດີ

Leave a Reply

Your email address will not be published. Required fields are marked *