ແຈ້ງເຕືອນພາຍຸໄຕ້ຝຸ່ນ ວັນທີ 18/12/2021
ພາຍຸໄຕ້ຝຸ່ນໄລ້ (Rai) ຫົວທີ 22 ໃນເວລາ 8 ໂມງເຊົ້າຂອງມື້ນີ້ ໄດ້ເຄືອນ ທີ່ຢູ່ເສັ້ນຂະໜານທີ 11.9 ອົງສາເໜືອ ແລະ ເສັ້ນແວງທີ 115.9 ອົງສາຕາ ເວັນອອກ ຊຶ່ງກໍາລັງເຄື່ອນທີ່ມາທາງທິດຕາເວັນຕົກ ດ້ວຍຄວາມໄວ 25 ກິໂລແມັດຕໍ່ຊົ່ວໂມງ, ຄາດວ່າພາຍຸຫົວນີ້ຈະສືບຕໍ່ເຄື່ອນທີ່ມາທາງທິດ ຕາເວັນຕົກໃກ້ເຂດພາກໃຕ້ຂອງ ສສ ຫວຽດນາມ ໃນໄລຍະວັນທີ 19-20 ທັນວາ 2021 ນີ້
ຊຶ່ງຈະເຮັດໃຫ້ມີຝົນຕົກໃນລະດັບຄ່ອຍ ຫາ ປານກາງ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງພາກກາງ ແລະ ພາກໃຕ້. ດັ່ງນັ້ນຈຶ່ງຂໍແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ ແລະ ອໍານາດການປົກ ຄອງທຸກພາກສ່ວນ ຈົ່ງມີສະຕິລະມັດລະວັງຕໍ່ສະພາບລົມພັດແຮງ ທີ່ຈະເຮັດໃຫ້ເກີດມີຕົ້ນໄມ້ຫັກລົ້ມ ຫລັງຄາເຮືອນເປ່ເພ ໃນໄລຍະ 1-2 ວັນຕໍ່ໜ້ານີ້ ພ້ອມມນີ້ຂໍໃຫ້ຕິດຕາມການລາຍງານຂ່າວພະຍາກອນອາກາດ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດຢ່າງຕໍ່ເນື່ອງ.
-ພາກເໜືອດ້ານຕາເວັນອອກ: ອາກາດໜາວເຢັນ ຫາ ໜາວເຢັນ ຫລາຍ ພ້ອມມີໝອກໜາປົກຫຸ້ມຢູ່ທົ່ວໄປໃນຕອນເຊົ້າ. ອຸນຫະພູມໃນ ລະຫວ່າງ 09-23 ອົງສາ.
-ພາກເໜືອດ້ານຕາເວັນຕົກ: ອາກາດໜາວເຢັນ ຫາ ໜາວເຢັນຫລາຍ ພ້ອມມີໝອກໜາປົກຫຸ້ມຢູ່ທົ່ວໄປໃນຕອນເຊົ້າ. ອຸນຫະພູມໃນລະຫວ່າງ 09-29 ອົງສາ.
-ນະຄອນຫລວງວຽງຈັນ: ອາກາດເຢັນ ພ້ອມມີໝອກບາງປົກຫຸ້ມ ໃນຕອນເຊົ້າ ແລະ ຈະມີລົມພັດແຮງປັນບາງໂອກາດຢູ່ບາງບໍລິເວນ. ອຸນຫະພູມໃນລະຫວ່າງ 18-32 ອົງສາ.
-ພາກກາງ: ອາກາດເຢັນ ຫາ ໜາວເຢັນໃນຕອນເຊົ້າ ພ້ອມມີໝອກ ບາງປົກຫຸ້ມຢູ່ທົ່ວໄປ ແລະ ຈະມີຝົນຕົກໃນລະດັບຄ່ອຍ ຫາ ປານກາງ ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ການ ປົກຫຸ້ມຂອງຝົນເທົ່າກັບ 40% ຂອງພາກ. ອຸນຫະພູມໃນລະຫວ່າງ 13-30 ອົງສາ.
-ແຂວງໄຊສົມບູນ: ອາກາດໜາວເຢັນ ພ້ອມມີໝອກໜາປົກຫຸ້ມ ໃນຕອນເຊົ້າ ແລະ ຈະມີລົມພັດແຮງເປັນບາງໂອກາດ. ອຸນຫະພູມ ໃນລະຫວ່າງ 08-24 ອົງສາ.
-ພາກໃຕ້: ອາກາດເຢັນໃນຕອນເຊົ້າ ແລະ ຈະມີຝົນຕົກໃນລະດັບຄ່ອຍ ຫາ ປານກາງ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ການປົກຫຸ້ມ ຂອງຝົນເທົ່າກັບ 50% ຂອງພາກ. ອຸນຫະພູມໃນລະຫວ່າງ 15-33 ອົງສາ.
-ສໍາລັບເຂດພູພຽງບໍລະເວນ: ອາກາດໜາວເຢັນ ແລະ ຈະມີຝົນຕົກໃນ ລະດັບຄ່ອຍ ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງບໍລິເວນ. ອຸນຫະພູມໃນລະຫວ່າງ 11-26 ອົງສາ.
