ວັນທີ 21 ພະຈິກ 2021 ຜ່ານມານີ້ ເຈົ້າໜ້າທີ່ ປກສ ເມືອງ ຈອມເພັດ ແຂວງຫຼວງພະບາງ ໄດ້ຮັບແຈ້ງຈາກປະຊາຊົນ ວ່າມີຄົນບໍ່ດີມາລັກເອົານ໋ອດທາງລົດໄຟ ລາວ – ຈີນ,ທາງຄະນະ ປກສ ເມືອງ ຈອມເພັດໄດ້ແຕ່ງຕັ້ງວິຊາການກວດກາພື້ນທີ່ຕົວຈິງ ແລະພົບຂອງກາງທີ່ເປັນຫຼັກຖານ.

ພັນໂທ ປະເສີດ ພົມມະລັດ ຫົວໜ້າກອງບັນຊາການປກສ ເມືອງຈອມເພັດ ໄດ້ໃຫ້ຮູ້ວ່າ: ພາຍຫຼັງເຈົ້າໜ້າທີ່ໄດ້ກວດກາ ເຊິ່ງໄດ້ພົບກະແຈເລື່ອນ 1 ອັນ, ນ໋ອດຈັບລາງລົດໄຟ+ແຫວນຮອງ 16 ອັນ, ນ໋ອດຈັບຮາວຮົ້ວກັ້ນຮາວຮົ້ວ 25 ອັນ, ໝໍ້ດຶງໄຟ 1 ໜ່ວຍ, ເມີນ 1 ອັນ, ຂັ້ນໄດ໋ 1 ອັນ, ຫົວດຸຍໄຟຟ້າ 14 ຫົວ, ກັກລົດຮຸນໄດ້ 1 ຄັນ;

ແລະ ໄດ້ມອບຄືນໃຫ້ບໍລິສັດແລ້ວມີ: ເຫຼັກຮາວຮົ້ວ ຕົວV 04 ເສັ້ນ ຍາວ 3 ແມັດ, ຂໍຕໍ່ເຫຼັກ ຕົວV 2 ອັນ, ຕາໜ່າງຮົ້ວ 14 ແຜ່ນ (2,80 x 1,80 ແມັດ), ທໍ່ຢາງເດີນສາຍໄຟຟ້າ 04 ເສັ້ນ, ຍາວເສັ້ນລະ 4 ແມັດ, ທໍ່ນໍ້າ 1 ໂຄ້ງ ຍາວ 100 ແມັດ, ເຫຼັກໜາມ 5 ໂຄງ.

ພ້ອມນີ້ທາງເຈົ້າໜ້າທີ່ໄດ້ຊອກຫາຫຼັກຖານ ແລະຊອກຄົນກະທຳຜິດມາດຳເນີນຄະດີໄດ້ 4 ຄົນ ຍິງ 1 ຄົນ ຄື: 1. ທ້າວ ບີ່ ແມ່ນໄດ້ເຈດຈະນາໄປລັກເອົາ ນ໋ອດຈັບລາງລົດໄຟ ແລະເຫຼັກຮົ້ວອ້ອມທາງລົດໄຟ ຢ່າງແທ້ຈິງ.