ກັກຕົວເປົ້າໝາຍລັກຊັບໄດ້ 1 ຄົນ, ຂະຫຍາຍຜົນໄດ້ອີກ 2 ຄົນ, ພ້ອມຂອງກາງລົດຈັກ 3 ຄັນ
ພັທ ໜູໄກ ອອ່ນມາວົງ ຫົວໜ້າພະແນກຕຳຫຼວດ ກອງບັນຊາການ ປກສ ເມືອງໄຊເສດຖາ ໃຫ້ຮູ້ວ່າ: ວັນທີ 10 ພະຈິກ 2021, ໄດ້ເຂົ້າກັກຕົວເປົ້າໝາຍລັກຊັບ 1 ຄົນ ຄື: ທ້າວ ທອງ ຫຼື ຄຳ ອາຍຸ 35 ປີ ກໍາມະກອນ ພັກເຊົາຢູ່ບ້ານ ແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ, ພ້ອມຂອງກາງລົດຈັກ 2 ຄັນ ແລະ ໄດ້ນຳກັກຕົວພວກຮ່ວມຂະບວນການອີກ 2 ຄົນ, ພ້ອມຂອງກາງລົດຈັກ 1 ຄັນ, ມາດໍາເນີນຄະດີ ໃນຂໍ້ຫາລັກຊັບພົນລະເມືອງ.

ຜ່ານການສືບສວນ-ສອບສວນ ທ້າວ ຄຳ ຮັບສາລະພາບວ່າ: ໃນວັນທີ 09 ພະຈິກ 2021 ຕົນ ແລະ ທ້າວ ພຸດທະວົງ ຫຼື ແຂກ ອາຍຸ 30 ປີ ກໍາມະກອນ ຢູ່ບ້ານສີບຸນເຮືອງ ເມືອງຈັນທະບູລີ ໄດ້ພາກັນໄປລັກລົດຈັກ Wave 100 ຈໍານວນ 2 ຄັນ ທີ່ຈອດໄວ້ໜ້າຫ້ອງແຖວ. ມາຮອດວັນທີ 09 ທັນວາ 2021 ເຈົ້າໜ້າທີ່ ຈິ່ງເຂົ້າກັກຕົວ ທ້າວ ພຸດທະວົງ, ພ້ອມລົດຈັກ Click-i 1 ຄັນ ແລະ ໄດ້ຊັດທອດຫາ ຜູ້ຮ່ວມຂະບວນການ ຄື: ທ້າວ ພອນໄຊ ຫຼື ໄຊ ອາຍຸ 40 ປີ ກໍາມະກອນ ບ້ານຈອມມະນີ ເມືອງໄຊເສດຖາ ເຂົ້າກັກຕົວໃນວັນດຽວກັນ. ພວກກ່ຽວ ຍັງຮັບສາລະພາບອີກວ່າ: ກ່ອນຖືກເຈົ້າໜ້າທີ່ເຂົ້າກັກຕົວ ພວກຕົນເຄີຍເຄື່ອນໄຫວລັກຊັບ ( ລັກລົດຈັກ ) ມາແລ້ວ 3 ຄັ້ງ.

ປັດຈຸບັນ ເຈົ້າໜ້າທີ່ ປກສ ເມືອງໄຊເສດຖາ ເລັ່ງສືບສວນ-ສອບສວນ ຂະຫຍາຍຜົນ ເພື່ອນໍາເກັບກູ້ຂອງກາງ ແລະ ນໍາຕົວພວກກຸ່ມແກ້ງຮ່ວມຂະບວນການ ມາດໍາເນີນຄະດີຕາມຂັ້ນຕອນຂອງກົດໝາຍ.