ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດຂອງພະຍາດ ໂຄວິດ- 19 ຂັ້ນແຂວງ ຂໍຖືເປັນກຽດ ແຈ້ງມາຍັງ ທ່ານ ຊາບວ່າ: ອີງຕາມການປະເມີນສະພາບການລະບາດ ແລະ ການຈັດຕັ້ງປະຕິບັດມາດຕະການຕ່າງໆ ຕາມທີ່ລະບຸ ໄວ້ ໃນແຈ້ງການ ແລະ ມາດຕະການຕ່າງໆ ທີ່ທາງຄະນະສະເພາະກິດ ໂຄວິດ-19 ຂັ້ນແຂວງ ແລະ ຂັ້ນເມືອງ ໄດ້ວາງອອກ ແຕ່ລະໄລຍະ ເຫັນວ່າໄດ້ຮັບຜົນສໍາເລັດເປັນກ້າວໆ ເຊິ່ງສະແດງອອກບາງດ້ານ ທີ່ພົ້ນ ເດັ່ນ ຄື:
ການສັກວັກຊີນ ທັງສາມຊະນິດໄດ້ 266.835ຄົນ, ກວມເອົາ 57% ຂອງປະຊາກອນທົ່ວແຂວງ. ເຖິງວ່າມີການປະຕິບັດມາດຕະການມີທັງເພີ້ມທະວີ ແລະ ບາງມາດ ຕະການຜ່ອນຜັນກໍຕາມ, ແຕ່ການລາຍງານຜູ້ຕິດເຊື້ອແຕ່ລະວັນກໍຍັງສະແດງອອກເປັນຈໍານວນຫຼວງຫຼາຍຢູ່. ໄລຍະຜ່ານມາທາງ ອົງການປົກຄອງແຂວງ, ອົງການປົກຄອງເມືອງ ໄດ້ສະຫນອງງົບປະມານເປັນຈໍານວນຫຼວງຫຼາຍເພື່ອໃຊ້ຈ່າຍເຂົ້າໃນວຽກງານປ້ອງ ກັນ, ຄວບຄຸມ ແລະ ແກ້ໄຂການລະບາດ ລວມທັງການກະກຽມ ປັບປຸງປົວແປງ ສະຖານທີ່ປິ່ນປົວຜູ້ຕິດພະຍາດໂຄວິດ-19. ບັນຫາ ທີ່ຫນັກຫນ່ວງໃນການໃຊ້ຈ່າຍຜ່ານມາ ແມ່ນການສະຫນອງຄ່າອາຫານ, ນ້ໍາດື່ມ ສໍາລັບຜູ້ຕິດເຊື້ອທີ່ເຂົ້າປິ່ນປົວຢູ່ໃນສຸນຕ່າງໆຂັ້ນ ເມືອງ ແລະ ຂັ້ນແຂວງ.
ໃນໄລຍະຜ່ານມາອົງການກາແດງສະວິດ ກໍ່ແມ່ນອົງການຫນຶ່ງທີ່ໄດ້ປະກອບສ່ວນໃຫ້ການສະຫນັບສະຫນູນ ອາຫານ ແລະ ເຄື່ອງໃຊ້ຈໍາເປັນໃຫ້ສູນກັກກັນແຮງງານ ແລະ ສູນປິ່ນປົວເມືອງໂພນໂຮງ ແລະ ສູນໂຮງຮຽນພະຍາບານສາດ. ແຕ່ມາ ຮອດ ປັດຈຸບັນ ທາງອົງການກາແດງສະວິດ ໄດ້ຢຸດສະຫນັບສະຫນຸນ ຕາມແຈ້ງການ ສະບັບເລກທີ 105/ກດລ, ລົງວັນທີ 16 ພະຈິກ 2021 ນັບແຕ່ວັນທີ 18 ພະຈິກ 2001 ເປັນຕົ້ນມາ ເຮັດໃຫ້ພາກລັດ ໄດ້ສືບຕໍ່ຈ່າຍຄ່າອາຫານ ແລະ ນ້ໍາດື່ມ ໃຫ້ຜູ້ຕິດເຊື້ອທີ່ເຂົ້າ ປິ່ນປົວ ທັງຫມົດ,
ອີງຕາມງົບປະມານທີ່ມີຈໍາກັດ ສະນັ້ນ, ຈິ່ງມີຄວາມຈໍາເປັນ ຕ້ອງໄດ້ຮຽກຮ້ອງມາຍັງ ຜູ້ທີ່ຕິດເຊື້ອ ພະຍາດໂຄ ວິດ-19 ທີ່ບໍ່ມີເງື່ອນໄຂທາງສະຖານທີ່ປິ່ນປົວຕົນເອງຢູ່ເຮືອນ ທີ່ຈະມາປິ່ນປົວຢູ່ໂຮງຫມໍແຂວງ ຫລື ສູນປິ່ນປົວແຕ່ລະເມືອງ ປະກອບສ່ວນການໃຊ້ຈ່າຍຄ່າອາຫານການກິນ, ນ້ໍາດື່ມ ແລະ ຢາປິ່ນປົວຈໍານວນຫນຶ່ງ ເຊິ່ງຈະໄດ້ເລີ່ມຈັດຕັ້ງປະຕິບັດນັບຕັ້ງແຕ່ ວັນ ທີ 13 ທັນວາ 2011 ເປັນຕົ້ນໄປ, ເຊິ່ງມີລາຍລະອຽດ ຄືດັ່ງນີ້:
1. ຈະໄດ້ເລີ່ມເກັບຄ່າອາຫານ, ນ້ໍາດື່ມຂອງ ຜູ້ທີ່ຕິດເຊື້ອເພື່ອຈະຈັດຊື້ແລະອໍານວຍຄວາມສະດວກໃນການສະຫນອງອາຫານໃຫ້ແກ່ຜູ້ທີ່ເຂົ້ານອນປິ່ນປົວຢູ່ສູນຕ່າງໆໃນແຂວງວຽງຈັນ ( ບໍ່ອະນຸຍາດໃຫ້ຍາດພີ່ນ້ອງຈັດສົ່ງອາຫານ ຫຼີກລ່ຽງການແຜ່ເຊື້ອໃຫ້ຜູ້ອື່ນທີ່ມາພົວພັນ ) ຫມາຍຄວາມວ່າຜູ້ໃດຕິດເຊື້ອແມ່ນຈະໄດ້ຈ່າຍເປັນຄ່າອາຫານແລະຄ່ານ້ໍາ ດື່ມດ້ວຍຕົນເອງໃນຊວ່ງໄລຍະປິ່ນປົວຢູ່ໃນສູນຂອງເມືອງ ຫຼື ສຸນຂອງແຂວງ
ໂດຍກໍານົດຄ່າອາຫານ 35.000 ກີບ/ ຄົນ/ມື້( 3 ຄາບ), ຄ່ານ້ໍາດື່ມ7.000ກີບ/ຄົນ/ມື້ໄລຍະນອນປິ່ນປົວຜູ້ທີ່ມີອາການເບົາບາງ ຫາປານກາງ ແມ່ນ 14 ວັນ ຄ່າໃຊ້ຈ່າຍສໍາລັບອາຫານ, ນ້ໍາດື່ມລວມມູນຄ່າ588.000 ກີບ/ຄົນ, ກໍລະນີຜູ້ທີ່ຕິດເຊື້ອຫາກມີອາການບໍ່ຫາຍດີຕາມ ກໍານົດ 14 ວັນແມ່ນຈະໄດ້ສືບຕໍ່ປິ່ນປົວ ແລະ ຈະໄດ້ຈ່າຍເພີ່ມ ຕາມຈໍານວນວັນທີ່ປິ່ນປົວຕົວຈິງ.
-ບຸກຄົນທີ່ມີບັດຢັ້ງຢືນ ແລະ ຂຶ້ນທະບຽນຄອບຄົວທຸກຍາກ ແມ່ນທາງພາກລັດຈະເປັນຜູ້ຮັບຜິດຊອບຊ່ວຍຄ່າ ອາຫານ ແລະ ນໍາ້ດື່ມ ໃນໄລຍະປີ່ນປົວ 14 ວັນ. -ສໍາລັບຄອບຄົວໃດ ທີ່ມີຜູ້ຕິດເຊື້ອຕັ້ງແຕ່ 03 ຄົນ ຂຶ້ນໄປ ແມ່ນໃຫ້ປິ່ນປົວກັບທີ່ ຢູ່ເຮືອນຂອງຕົນເອງ ໂດຍມີການຕິດຕາມຂອງແພດຫມໍ.
2. ສໍາລັບພາກສ່ວນໂຮງຈັກ, ໂຮງງານຫຼືຫົວຫນວ່ຍທຸລະກິດຕ່າງໆທີ່ມີພະນັກງານ ຫຼື ກໍາມະກອນຕິດເຊື້ອ ຫຼື ຖ້າມີກໍລະນີເກີດລະບາດ ແມ່ນໃຫ້ພົວພັນທາງເຈົ້າຫນ້າທີ່ແພດຫມໍທີ່ກ່ຽວຂ້ອງເພື່ອຈັດຕັ້ງສະຖານທີ່ປິ່ນປົວກັບທີ່ສ່ວນຄ່າ ໃຊ້ຈ່າຍຕ່າງໆແມ່ນມອບໃຫ້ເຈົ້າຂອງກິດຈະການເປັນຜູ້ຮັບຜິດຊອບ,ແພດຫມໍຈະຊວ່ຍໃຫ້ຄໍາແນະນໍາວິທີປິ່ນປົວ ເທົ່ານັ້ນ.
3. ສໍາລັບບັນດາສໍານັກງານ, ອົງການ, ພະແນກການ, ກົມກອງ, ລັດວິສາຫະກິດຕ່າງໆ ໃຫ້ມີມາດຕະການປ້ອງກັນຕົນເອງຖ້າຫາກພະນັກງານທີ່ສັງກັດຢູ່ໃນຄວາມຮັບຜິດຊອບຂອງຕົນຫາກມີກໍລະນີຜູ້ຕິດເຊື້ອແມ່ນຈະໄດ້ມອບໃຫ້ ພາກສ່ວນດັ່ງກ່າວເປັນຜູ້ຮັບຜິດຊອບໃຊ້ຈ່າຍຄ່າອາຫານ, ຄາບເຂົ້າແລະຄ່ານ້ໍາດື່ມ ດ້ວຍຕົນເອງ. ທາງພາກລັດແມ່ນ ຈະໄດ້ຮັບຜິດຊອບແຕ່ສະຖານທີ່ປິ່ນປົວ, ຢາປົວພະຍາດແລະອໍານວຍຄວາມສະດວກຕ່າງໆ ໃນການຮັບເຂົ້າສະຖານທີ່ຮອງຮັບການປິ່ນປົວພະຍາດໂຄວິດ-19.
4. ສໍາລັບຜູ້ທີ່ມີເງື່ອນໄຂຫຼືບໍ່ສະດວກທີ່ຈະເຂົ້າໄປປິ່ນປົວຢູ່ສູນປິ່ນປົວທີ່ທາງຄະນະສະເພາະກິດແຂວງ, ເມືອງໄດ້ກໍານົດໄວ້ແມ່ນສາມາດ ປິ່ນປົວຢູ່ເຮືອນ ຫຼື ຕາມໂຮງແຮມ, ບ້ານພັກ ທີ່ທາງຄະນະສະເພາະກິດກໍານົດໄວ້( ສະເພາະຜູ້ມີ ເງື່ອນໄຂດ້ານເສດຖະກິດ )ໂດຍມີວິຊາການແພດຫມໍ ຕິດຕາມໃຫ້ຄໍາປຶກສາ ແນະນໍາ ໃນໄລຍະປິ່ນປົວ, ແຕ່ຕ້ອງໄດ້ຮັບຜິດຊອບຄ່າໃຊ້ຈ່າຍພັກເຊົາຕາມລາຄາທີ່ທາງໂຮງແຮມ, ບ້ານພັກ ດ້ວຍຕົນເອງ.
5. ວິທີການຈັດຕັ້ງປະຕິບັດມີດັ່ງນີ້:
– ມອບໃຫ້ໂຮງຫມໍແຂວງ, ເມືອງ ປະກອບອຸປະກອນການແພດ, ຈັດຕັ້ງທິມງານເພື່ອຮັບການປິ່ນປົວໃນແຕ່ລະສູນທີ່ໄດ້ກໍານົດ ໄວ້ຮັບຜິດຊອບວຽກງານປິ່ນປົວໂດຍກົງ.
– ສ່ວນການເກັບຕົວຢ່າງແລະມາດຕະການຕ່າງໆແມ່ນມອບໃຫ້ຂະແຫນງຄວບຄຸມພະຍາດຕິດຕໍ່ຂອງແຂວງໂດຍສົມທົບກັບຫ້ອງການສາທາລະນະສຸກເມືອງກໍານົດມາດຕະການໃຫ້ລະອຽດຕື່ມອີກ.
– ສ່ວນການເກັບຄ່າອາຫານ ແລະ ນ້ໍາດື່ມ ແມ່ນມອບໃຫ້ ຫນ່ວຍບໍລິຫານໂຮງຫມໍແຂວງ, ໂຮງຫມໍເມືອງແຕ່ງຕັ້ງທີມງານແລະຜູ້ ຮັບຜິດຊອບເກັບ ໂດຍສົມທົບກັບກອງເລຂາເມືອງ ແລະ ແຂວງ ໃນການປະຕິບັດຕົວຈິງ, ເວລາທີ່ຜູ້ຕິດເຊື້ອເຂົ້າມາສູນ ແລ້ວ, ເມື່ອຄົບ 14 ວັນ ຫຼື ປິ່ນປົວດີ ຕ້ອງອອກໃບຢັ້ງຢືນໃຫ້ກັບຄົນເຈັບປິ່ນປົວດີ ອອກໂຮງຫມໍ ເພື່ອເປັນເອກະສານອ້າງອີງ.
ສະນັ້ນ, ທາງຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມແລະແກ້ໄຂການລະບາດຂອງພະຍາດໂຄວິດ-19 ແຂວງວຽງ ຈັນ, ຈຶ່ງໄດ້ແຈ້ງມາຍັງທຸກພາກສ່ວນກ່ຽວຂ້ອງຈົ່ງຮັບຊາບແລະພ້ອມກັນຈັດຕັ້ງປະຕິບັດຢ່າງມີສ່ວນຮ່ວມດວ້ຍ.

.
