ລັດຖະບານຣາຊະອານາຈັກລຸກຊຳບວກ ສືບຕໍ່ໃຫ້ການສະຫນັບສະຫນູນແກ່ ສປປ ລາວ ຊຶ່ງເປັນປະເທດຄຸ່ຮ່ວມພັດທະນາໃນວຽກງານແກ້ໄຂສິ່ງທ້າທາຍ ແລະຕອບໂຕ້ ສະພາບການລະບາດຂອງພະຍາດໂຄວິດ-19ໃນປັດຈຸບັນ. ເພື່ອແກ້ໄຂສະພາບການທີ່ຈໍານວນກໍລະນີຕິດເຊື້ອພະຍາດໂຄວິດ-19 ໄດ້ເພີ້ມຂື້ນຢ່າງຫຫຼວງຫຼາຍ ໃນໄລຍະໃຫມ່ໆມານີ້, ດັ່ງນັ້ນລັດຖະບານລຸກຊຳບວກ ຈິ່ງໄດ້ສັນຍາໃຫ້ການສະຫນັບສະຫນູນເພີ້ມເຕີມ 1.2 ລ້ານເອີໂຣ ເພື່ອນຳໃຊ້ເຂົ້າວຽກງານບົ່ງມະຕິພະຍາດ,ຫຼຸດຜ່ອນກໍລະນີຕິດເຊື້ອ ແລະປ້ອງກັນການແຜ່ເຊື້ອພາຍໃນປະເທດ. ມາຮອດປະຈຸບັນລັດຖະບານລຸກຊໍາບວກ ໃຫ້ການຊ່ວຍເຫລືອ ສປປ ລາວ ເພື່ອຕ້ານການລະບາດຂອງພະຍາດໂຄວິດ ມີມີຈໍານວນ 5.200.000ເອີໂຣ.

ພິທີມອບຮັບການຊ່ວຍເຫລືອຄັ້ງນີ້ ໄດ້ຈັດຂື້ນຢ່າງເປັນທາງການໃນຕອນບ່າຍ ວັນທີ 10 ທັນວາ 2021 ຢູ່ທີ່ກະຊວງສາທາລະນະສຸກ, ລະຫວ່າງ ທ່ານ ປອ. ດຣ. ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ, ແລະທ່ານ Sam Schreiner ອູປະທູດແຫ່ງຣາຊະອານາຈັກລຸກຊຳບວກ, ທ່ານຜູ້ຕາງຫນ້າ ກົມເອີຣົບ ອາເມລິກາ-ກະຊວງການຕ່າງປະເທດ, ກົມຮ່ວມມືສາກົນ-ກະຊວງແຜນການ-ການລົງທືນ, ອົງການ LuxDev ປະຈໍາລາວ, ອົງການ WHO, ອົງການ CHAI, ບັນດາຫົວຫນ້າກົມ,ຮອງກົມ, ຫົວຫນ້າສູນວິເຄາະແລະລະບາດວິທະຍາ, ສະຖາບັນປັດສະເຕີລາວ IPL, ແລະພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.

ໂດຍປະສານງານຮ່ວມມືກັບກະຊວງສາທາລະນະສຸກ, ອົງການຮ່ວມມືພັດທະນາຂອງລຸກຊໍາບວກ ຈະໃຫ້ທືນເພີ້ມເຕີມແກ່ ອົງການອາຫານໂລກ (WFP), ສູນວິເຄາະ ແລະລະບາດວິທະຍາແຫ່ງຊາດ, ສະຖາບັນປັດສະເຕີລາວ ແລະ ໂຄງການສະຫນັບສະຫນູນຂະແຫນງສາທາລະນະສຸກ ໄລຍະ 2,ຊຶ່ງມີຈຸດປະສົງ :

• ເພື່ອຮັບປະກັນ ວຽກງານສະຫນອງອາຫານ ແລະສີ່ງຂອງທີ່ຈຳເປັນ ໃຫ້ແກ່ ບັນດາແຮງງານລາວ ທີ່ຢູ່ໃນບັນດາ ສູນກັກກັນບໍລິເວນ, ໂດຍຜ່ານ ອົງການອາຫານໂລກ (WFP) : 481,000 ເອີໂຣ;

• ເພື່ອປະກອບສ່ວນ ເຂົ້າໃນການສ້າງຄວາມອາດສາມາດ ທາງດ້ານກວດວິເຄາະ-ບົ່ງມະຕິພະຍາດໂຄວິດ-19 ໂດຍຜ່ານ ສະຖາບັນປັດສະເຕິລາວ (IPL) : 350,000 ເອີໂຣ;

• ເພື່ອສະຫນັບສະຫນູນ ວຽກງານຕອບໂຕ້ການລະບາດຂອງພະຍາດໂກວິດ-19 ຢູ່ສູນກາງແລະແຂວງ ໂດຍ ຜ່ານ ໂຄງການສະຫນັບສະຫນູນຂະແຫນງສາທາລະນະສຸກ ໄລຍະ 2 (LAO/027) : 369,000 ເອີໂຣ.

ອົງການຮ່ວມມືພັດທະນາຂອງລຸກຊຳບວກ ໄດ້ໃຫ້ການສະຫນັບສະຫນູນ ກະຊວງສາທາລະນະສຸກ ແລະ 3 ແຂວງເປົ້າຫມາຍຄື ແຂວງ.ວຽງຈັນ, ບໍລິຄໍາໄຊ ແລະຄໍາມ່ວນ, ຜ່ານການສະຫນອງວັດຖຸອຸປະກອນການແພດ ພ້ອມຝຶກອົບຮົມການນຳໃຊ້ ແລະການປ້ອງກັນການຕິດເຊື້ອ (ICP).ໃນນັ້ນມີເຄື່ອງປ້ອງກັນເຊື້ອພະຍາດ PPE, ອຸປະກອນເກັບຕົວຢ່າງເພື່ອກວດຈຸລະໂລກ (VTM) ແລະເຄື່ອງໃຊ້ຕ່າງໆ ລວມທັງອຸປະກອນການຜົ່ນຢາຂ້າເຊື້ອ ທີ່ໃນປັດຈຸບັນມີຄວາມຕ້ອງການສູງຫລາຍ.
ໂຄງການສະຫນັບສະຫນູນຂະແຫນງສາທາລະນະສຸກລາວ-ລຸກຊຳບວກໄລຍະ 2 (LAO/027) ແມ່ນການລົງທືນຮ່ວມ ລະຫວ່າງລັດຖະບານ ສປປ ລາວ ແລະ ຣາຊະອານາຈັກລຸກຊຳບວກ ແລະຖືກນຳໄປຈັດຕັ້ງປະຕິບັດ ໂດຍກະຊວງສາທາລະນະສຸກ ແລະ ອົງການຮ່ວມມືພັດທະນາຂອງລຸກຊຳບວກ LuxDev.

Leave a Reply

Your email address will not be published. Required fields are marked *