ຕອນເຊົ້າວັນທີ 9 ທັນວາ 2021, ຢູ່ ນວ ມີເຫດການໄຟໄໝ້ 2 ສະຖານທີ່ຄື: ກໍລະນີທີ 1 ເກີດຂຶ້ນ ຢູ່ໂຮງໝໍ 103 ຕັ້ງຢູ່ບ້ານ ໂພນປ່າເປົ້າ ເມືອງສີສັດຕະນາກ ນວ (ໄຟໄໝ້ສາງເກັບມ້ຽນຢາ) ຂອງໂຮງໝໍ ແລະ ກໍລະນີທີ 2 ແມ່ນໄຟໄໝ້ເຮືອນຢູ່ບ້ານໂພນສະຫວ່າງ ເມືອງຈັນທະບູລີ ນວ.
ພັທ ບຸນຍົງ ໄຊປັນຍາ ຮອງຫົວໜ້າພະແນກຕໍາຫຼວດສະກັດກັ້ນ ແລະ ຕ້ານອັກຄີໄພ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ພາຍຫຼັງໄດ້ຮັບແຈ້ງກໍໄດ້ຮີບຮ້ອນ ຈັດຕັ້ງກໍາລັງລົງສະຖານທີ່ເກີດເຫດ ສໍາລັບເຫດໄຟໄໝ້ ສາງເກັບມ້ຽນຢາ ຂອງໂຮງໝໍ 103 ແມ່ນໄດ້ໃຊ້ ພາຫະນະມອດໄຟຈໍານວນ 3 ຄັນ ໂດຍໃຊ້ເວລາ 4 ຊົ່ວໂມງ ຈິ່ງສາມາດດັບມອດໄຟໄດ້
ຜົນເສຍຫາຍມີ ສາງເກັບມຽນເຄື່ອງ 1 ຫຼັງ ເຊິ່ງພາຍໃນສາງມີອຸປະກອນການແພດ, ຢາປີ່ນປົວຕ່າງໆ ແລະ ຕູ້ແຊ່ຢາຈໍານວນ 5 ໜ່ວຍ ຖືກໄໝ້ໝົດ ສ່ວນສາເຫດທີ່ພາໃຫ້ເກີດອັກຄີໄພ ແລະ ມູນຄ່າເສຍຫາຍທັງໝົດ ແມ່ນຢູ່ໃນຂັ້ນຕອນເກັບກໍາຂໍ້ມູນ ແລະ ດໍາເນີນການສືບສວນ-ສອບສວນຂອງເຈົ້າໜ້າທີ່;
ສ່ວນເຫດການທີ 2 ແມ່ນເກີດຂຶ້ນເວລາ 8:15 ໂມງ ຢູ່ບ້ານໂພນສະຫວ່າງ ເມືອງຈັນທະບູລີ ນວ ເກີດຈາກການສຽບປັກໂທລະພາບ, ໃຕ້ດອກໄຟ 2 ດອກ ແລະ ເປີດແອປະໄວ້ ຈິ່ງເຮັດໃຫ້ໄຟຟ້າຊອດກະດານໄຟ ລວມມູນຄ່າເສຍຫາຍທັງໝົດ 150 ລ້ານກີບ.
ຕໍ່ກັບບັນຫາອັກຄີໄພທີ່ເກີດຂຶ້ນ ເປັນຄະຕິເຕືອນໃຈໃຫ້ຜູ້ທີ່ນໍາໃຊ້ໄຟ ບໍ່ວ່າຈະເປັນໄຟຟ້າ ຫຼື ໄຟແຕ່ງກີນ ຖ້ານໍາໃຊ້ແລ້ວກໍ່ໄດ້ດັບມອດຄັກແນ່ ພ້ອມທັງກວດກາຄືນສາຍໄຟຟ້າ ທີ່ໃຊ້ຢູ່ພາຍໃນເຮືອນ ຫາກເຫັນວ່າເກົ່າ ແລະ ໃຊ້ມາດົນແລ້ວ ກໍ່ໃຫ້ປ່ຽນຖ່າຍ ເພື່ອຫຼີກລ່ຽງບໍ່ໃຫ້ເກີດໄຟຟ້າລັດວົງຈອນ ເພາະເປັນສາເຫດໜຶ່ງທີ່ພາໃຫ້ເກີດອັກຄີໄພ.