ແຮງງານລາວ ທີ່ເຮັດວຽກຢູ່ໄທ ຈະໄດ້ສັກວັກຊີນປ້ອງກັນໂຄວິດ-19 ກາງເດືອນນີ້.

ສະຖານເອກອັກຄະລັດຖະທູດ ສປປ ລາວ ປະຈໍາຣາຊະອານາຈັກໄທ ໄດ້ອອກແຈ້ງການເມື່ອບໍ່ດົນມານີ້ ເຖິງບັນດາແຮງງານລາວ ທີ່ພັກອາໄສຢູ່ເຂດກຸງເທບມະຫານະຄອນ ແລະ ເຂດໃກ້ຄຽງ ຊາບວ່າ:

ແຮງງານລາວທີ່ຍັງບໍ່ເຄີຍສັກຢາວັກຊີນປ້ອງກັນເຊື້ອພະຍາດໂຄວິດ-19 ມາກ່ອນ ແມ່ນສາມາດເດີນທາງເຂົ້າໄປ (Walk-in) ຮັບການສັກຢາວັກຊີນໄດ້ ຢູ່ສູນສັກຢາວັກຊີນເຍົາວະຊົນໄທ-ຍີ່ປຸ່ນດິນແດງ, ກຸງເທບມະຫານະຄອນ
ແຕ່ເວລາ 08: 00-16: 00 ໂມງ ລະຫວ່າງວັນທີ 17-19 ທັນວາ 2021 ນີ້ ໂດຍບໍ່ມີຄ່າໃຊ້ຈ່າຍ.
