ຂ່າວສານແຂວງຫຼວງພະບາງແຈ້ງໃຫ້ຮູ້ວ່າ: ພະແນກສາທາລະນະສຸກ ແຂວງຫຼວງພະບາງ ໄດ້ອອກແຈ້ງການ ເລກທີ 1045/ສທຂ, ເຖີງ ບັນດາທ່ານຫົວໜ້າຫ້ອງການສາທາລະນະສຸກ 11 ເມືອງ ແລະ ນະຄອນ ຫຼວງພະບາງ, ເລື່ອງ: ການສັກວັກຊີນປ້ອງກັນພະຍາດໂຄວິດ-19 ໃຫ້ແກ່ກູ່ມເດັກນ້ອຍ ອາຍຸ 12 ປີຂື້ນໄປໃນທົ່ວແຂວງຫຼວງພະບາງ.

ໂດຍອີງຕາມ ຄຳສັ່ງຂອງນາຍົກລັດຖະມົນຕີ ວ່າດ້ວຍການເຜີ້ມທະວີການສັກວັກຊີນກັນພະຍາດ Covid 19 ສະບັບເລກທີ່ 24/ນຍ ລົງວັນທີ 10 ພະຈິກ 2021; ອີງຕາມ ແຈ້ງການຂອງລັດຖະມົນຕີກະຊວງສາທາລະນະສຸກ ເລື່ອງການສັກວັກຊີນປ້ອງກັນພະຍາດໂຄວິດ-19 ໃຫ້ແກ່ກຸ່ມເດັກນ້ອຍ ອາຍຸ 12-17 ປີ, ຜູ້ສູງອາຍຸ, ຜູ້ມີພະຍາດ ປະຈຳຕົວ,ແມ່ຍີງຖືພາ, ຄົນພິການ ຫລື ເສຍຈິດ ແລະ ກຸ່ມປະຊາກອນທົ່ວໄປ ທີ່ຍັງບໍ່ທັນໄດ້ສັກວັກຊີນ ໃນຂອບ ເຂດທົ່ວປເະເທດ ສະບັບເລກທີ່ 1295/ສທ ລົງວັນທີ 14 ພະຈິກ 2021.

ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດ ສັກວັກຊີນປ້ອງກັນພະຍາດ Covid 19 ໃຫ້ບັນລຸຕາມຄາດໝາຍໃຫ້ໄດ້ຫລາຍກວ່າ 50% ໃນທ້າຍປີ 2021 ໂດຍສະເພາະກູ່ມຜູ້ສູງອາຍຸ, ຜູ້ມີພະຍາດ ປະຈຳຕົວ, ແມ່ຍີງຖືພາ, ຄົນພິການ ຫລື ເສຍຈິດ ແລະ ກູ່ມປະຊາກອນທົ່ວໄປ ທີ່ຍັງບໍ່ທັນໄດ້ສັກວັກຊີນ ໃນທົ່ວແຂວງ ໃຫ້ມີຄວາມເອກະພາບ ແລະ ຮັບປະກັນປະສິດທີພາບ ແລະ ຮັບປະກັນປະສິດທິຜົນ ໃນການຈັດຕັ້ງປະຕິບັດ. ພ້ອມນັ້ນ, ເພື່ອເປັນການກະກຽມຄວາມພ້ອມ ໃຫ້ແກ່ການສັກຢາວັກຊີນ ໃນກຸ່ມ ເດັກນ້ອຍ 12-17 ປີ. ຫົວໜ້າພະແນກສາທາລະນະສຸກແຂວງ ຈື່ງອອກແຈ້ງການ ດັ່ງນີ້:

1. ໃຫ້ຫົວໜ້າຫ້ອງການສາທາລະນະສຸກເມືອງ ແລະ ຫົວໜ້າສາທາລະນະສຸກ ນະຄອນ ຫຼວງພະບາງ, ຂື້ນມາຮັບເອົາວັກຊີນຢູ່ຂະແໜງອານາໄມ-ສົ່ງເສີມສຸຂະພາບແຂວງ, ວັກຊີນປ້ອງກັນໂຄວິດ-19 ແລະ ວັກຊີນປົກກະຕິຕາມການຄິດໄລ່,

2. ໃຫ້ຫົວໜ້າຫ້ອງການສາທາລະນະສຸກເມືອງ ແລະ ຫົວໜ້າສາທາລະນະສຸກ ນະຄອນ ຫຼວງພະບາງ, ເອົາໃຈໃສ່ຊີ້ນຳພະນັກງານໃນຫ້ອງການສາທາລະນະສຸກເມືອງ, ໂຮງໝໍຊຸມຊົນເມືອງ , ໂຮງໝໍນ້ອຍທີ່ຢູ່ພາຍໃຕ້ການຊີ້ນຳຂອງຕົນ, ເພື່ອຈັດຕັ້ງປະຕິບັດ ການສັກວັກຊີນປ້ອງກັນພະຍາດໂຄວິດ-19 ໃນຈຸດຄົງທີ່ ແລະ ເຄື່ອນທີ່, ຈັດຕັ້ງຂະບວນການ ແບບຕະລຸມບ່ອນ ເພື່ອໃຫ້ເຂົ້າເຖິງປະຊາຊົນ ຜູ້ທີ່ຢູ່ຫ່າງໄກສອກຫຼີກ ໃນຂອບເຂດທົ່ວແຂວງຫຼວງພະບາງ;

3. ປະສານສົມທົບກັບ ຄ ມ ດ ເມືອງ, ຫົວໜ້າກຸ່ມບ້ານ, ອຳນາດການປົກຄອງບ້ານ, ອສບ ບ້ານ ເພື່ອເກັບກຳເປົ້າໝາຍຕົວເລກຕົວຈິງ ຂອງກຸ່ມ ເປົ້າໝາຍທີ່ຈະສັກຢາເຊັ່ນ ກຸ່ມເດັກນ້ອຍ ອາຍຸ 6-11 ປີ(ເກັບຂໍ້ມູນໄວ້ ແຕ່ຍັງບໍ່ທັນສັກໃຫ້ເທື່ອ) ແລະ 12-17 ປີມີເທົ່າໃດ ເພື່ອເປັນເປົ້າໝາຍ ໃຫ້ມີຄວາມຊັດເຈນ, ກຸ່ມອາຍຸ 18 ປີຂື້ນໄປ ແລະ ຜູ້ສູງອາຍຸ, ຜູ້ມີພະຍາດປະຈຳຕົວ, ແມ່ຍິງຖືພາ, ຄົນພິການ ຫລື ເສຍຈິດ ທີ່ຍັງບໍ່ທັນໄດ້ສັກວັກຊີນ ຍັງມີເທົ່າໃດ ຈະຕ້ອງໄດ້ໃຫ້ເຂົ້າມາສັກຢ່າງທົ່ວເຖີງ ດ້ວຍ ຮູບການຕະລຸ່ມບ່ອນ; ຖ້າມີເງື່ອນໄຂສະດວກແມ່ນໃຫ້ມາສັກຢູ່ຈຸດບໍລິການສັກຢາ ທີ່ໄດ້ກຳນົດໄວ້, ຖ້າເຄື່ອນຍ້າຍບໍ່ໄດ້ເຊັ່ນ: (ເຈັບເປັນ, ອາຍຸສູງ ແລະ ຜູ້ອ່ອນເພຍ) ຕ້ອງໃຫ້ພະນັກງານແພດໄປສັກ ຢູ່ກັບເຮືອນ (ບໍ່ໃຫ້ພາດໂອກາດ);

4. ສຳລັບຄົນເຈັບທີ່ນອນປີ່ນປົວຢູ່ໂຮງໝໍແຕ່ລະຂັ້ນ ກ່ອນຈະອອກໂຮງໝໍ ໃຫ້ທີມແພດໄປສັກວັກຊີນໃຫ້ເຂົາເຈົ້າ ເພື່ອຈະບໍ່ພາດໂອກາດ, ສຳລັບແມ່ຍິງຖືພາ ເຂົ້າມາກວດທ້ອງໃນສະຖານທີ່ບໍລິການ ແມ່ນໃຫ້ໄດ້ສັກວັກຊີນທຸກກໍລະນີ ຖ້າອາຍຸການຖືພາຫລາຍກວ່າ 03 ເດືອນຂື້ນໄປ ໃຫ້ສັກຄົບ 2 ເຂັມ;

5. ໃຫ້ຈັດຕັ້ງປະຕິບັດ ການສັກວັກຊີນກັນພະຍາດ ໃນກຸ່ມເດັກນ້ອຍ ອາຍຸ 12 ປີ ຂື້ນໄປ, ສ່ວນຮອບນີ້ແມ່ນເຮັດເປັນຂະບວນພ້ອມກັນ ວັນທີ່ 15 ທັນວາ (12) 2021 ແມ່ນເຮັດແບບຕະລູ່ມບ່ອນພ້ອມກັນໂດຍນໍາໃຊ້ວັກຊີນ Sinopharm, ໃຫ້ຜູ້ຮັບຜິດຊອບແຕ່ລະເມືອງເອົາໃຈໃສ່ປ້ອນຂໍ້ມູນການສັກວັກຊີນ ໃຫ້ສໍາເລັດ ແລະ ທັນເວລາ, ໃຫ້ສຳເລັດກ່ອນວັນທີ່ 31/12/2021,

6. ສ່ວນຮອບນີ້ແມ່ນໃຫ້ເອົາຢາວັກຊີນປົກກະຕິໄປສັກໃຫ້ເດັກ ແລະ ແມ່ຍິງເປົ້າໝາຍໄປພ້ອມ, ລວມທັງ ວິຕາມີນອາ ແລະ ຢາຂ້າແມ່ທ້ອງ, ເພື່ອຍົກລະດັບການສັກຢາວັກຊີນໃຫ້ແກ່ເດັກລູ່ມ 1 ປີ ແລະ ແມ່ຍີງ 15 ຫາ 45 ປີໃຫ້ບັນລຸ 95% ຂື້ນເມືອ, ຕາມແຜນການປະຈຳປີ 2021 ຂອງພະແນກສາທາລະນະສຸກແຂວງ,

7. ຕ້ອງສ້າງການຫັນປ່ຽນຢ່າງແຂງແຮງ ແລະ ຮອບດ້ານ ເພື່ອເປັນໄມ້ຫລາວັດແທກໃນການປັບປຸງແບບແຜນວິທີເຮັດວຽກໃນໄລຍະທີ່ພວກເຮົາພວມສູ່ມໃສ່ຂະບວນການສັກຢາກັນພະຍາດໂຄວິດ-19 ແບບຕະລຸມບ່ອນ ລວມທັງ ສັກຢາວັກຊີນໃຫ້ເດັກລຸ່ມ 1 ປີ ແລະ ແມ່ຍີງ 15-45 ປີ, ໂດຍການມອບຂາດໂຕໃຫ້ບຸກຄົນຮັບຜິດຊອບ ມີການກວດກາຕິດຕາມ ແລະ ປະສານສົມທົບ ກັບອໍານາດການປົກຄອງ, ຄມດ ເມືອງ, ຄມດ ບ້ານ ເພື່ອໃຫ້ເພິ່ນໄດ້ມີ ຄວາມເປັນເຈົ້າການ ແນ່ໃສ່ເພື່ອສ້າງຄວາມຍືນຍົງ.

Leave a Reply

Your email address will not be published. Required fields are marked *