ໃນວັນທີ 06 ຫາ 07 ທັນວາ 2021, ທີ່ ໂຮງແຮມ ເມືອງແທັງ, ນະຄອນຫຼວງວຽງຈັນ, ອົງການໄອຍະການປະຊາຊົນສູງສຸດ ໂດຍໄດ້ຮັບການສະໜັບສະໜູນທາງດ້ານງົບປະມານ ຈາກສະຖານເອກອັກຄະຣາຊະທູດ ແຫ່ງ ຣາຊະອານາຈັກໄທ ປະຈຳ ສປປ ລາວ ຮ່ວມກັບກະຊວງປ້ອງກັນຄວາມສະຫງົບ ໄດ້ຈັດກອງປະຊຸມຜັນຂະຫຍາຍວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາ ຢ າ ເ ສ ບ ຕິ ດ ຂຶ້ນ ຊຶ່ງພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ບຸນທັນ ບຸນທະວິໄລ, ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ທ່ານ ທອງເຫຼັກ ມັງໜໍ່ເມກ, ຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ແລະ ທ່ານ ເຈດສະດາ ກະຕະເວທິນ ເອກອັກຄະຣາຊາທູດ ແຫ່ງ ຣາຊະອານາຈັກໄທປະຈໍາ ສປປ ລາວ, ມີບັນດາພະນັກງານໄອຍະການປະຊາຊົນ ຈາກອົງການໄອຍະການປະຊາຊົນສູງສຸດ, ອົງການໄອຍະການປະຊາຊົນພາກກາງ, ອົງການໄອຍະການປະຊາຊົນນະຄອນຫຼວງວຽງຈັນ ແລະ ອົງການໄອຍະການປະຊາຊົນເຂດ, ນະຄອນຫຼວງວຽງຈັນ, ເຈົ້າໜ້າທີ່ຕຳຫຼວດ ທີ່ມາຈາກກົມຕໍາຫຼວດສະກັດກັ້ນ ແລະ ຕ້ າ ນ ຢ າ ເ ສ ບ ຕ ິ ດ, ກົມຕຳຫຼວດສືບສວນ-ສອບສວນ, ກະຊວງປ້ອງກັນຄວາມສະຫງົບ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ແລະ ກອງບັນຊາການ ປກສ ເມືອງ 4 ຕົວເມືອງຂອງນະຄອນຫຼວງວຽງຈັນເຂົ້າຮ່ວມ ຢ່າງພ້ອມພຽງ.

ກອງປະຊຸມໄດ້ຮັບຟັງ ແລະ ແລກປ່ຽນບົດຮຽນກັບຄູອາຈານຂອງ ສປປ ລາວ ແລະ ຣາຊະອານາຈັກໄທ ກ່ຽວກັບການດຳເນີນຄະດີ ຢ າ ເ ສ ບ ຕິ ດ, ບົດບາດຂອງອົງການໄອຍະການ ແຫ່ງ ຣາຊະອານາຈັກໄທ ໃນການດໍາເນີນຄະດີ ຢ າ ເ ສ ບ ຕິ ດ, ການດໍາເນີນຄະດີ ຢ າ ເ ສ ບ ຕິ ດ ແລະ ການຕິດຕາມກວດກາການດໍາເນີນຄະດີ ຢ າ ເ ສ ບ ຕິ ດ ຢູ່ ສປປ ລາວ ດ້ວຍບັນຍາ ກາດອັນດີ ແລະ ມີເນື້ອໃນເລິກເຊິ່ງ ຊຶ່ງເຫັນວ່າ ບັນຫາ ຢ າ ເ ສ ບ ຕິ ດ ແມ່ນບັນຫາໃຫຍ່ ທີ່ບັນດາປະເທດໃນໂລກ ໃຫ້ຄວາມເອົາໃຈໃສ່, ຮ່ວມມືກັນ ຕ້ າ ນ, ສະກັ ດ ກັ້ ນ, ຄວບຄຸມ ແລະ ແກ້ໄຂຢ່າງຕັ້ງໜ້າ, ເປັນອາຊະຍາກໍາທີ່ເປັນອັນຕະລາຍຮ້າຍແຮງ, ສ້າງຄວາມເສຍຫາຍໃຫ້ແກ່ຊີວິດ, ສຸຂະພາບຂອງມວນມະນຸດ ເວົ້າລວມ, ຊີ ວິ ດ, ສຸຂະພາບ ຂອງປະຊາຊົນລາວ ເວົ້າສະເພາະ, ເປັນອາຊະຍາກໍາຂ້າມຊາດ ທີ່ນັບມື້ນັບເພີ່ມຄວາມອັນຕ ະ ລ າ ຍ ຮ້ າ ຍ ແ ຮງ.

ຍ້ອນເຫັນໄດ້ຄວາມສໍາຄັນ ຄືແນວນັ້ນ, ກົມການເມືອງສູນກາງພັກ, ສະພາແຫ່ງຊາດ ແລະ ລັດຖະບານ ແຫ່ງ ສປປ ລາວ ຈຶ່ງຖືການແກ້ໄຂບັນຫາ ຢ າ ເ ສ ບ ຕິ ດ ເປັນວຽກງານບູລິມະສິດ, ລົງນາມສົນທິສັນຍາສາກົນ, ຮັບຮອງເອົາກົດໝາຍວ່າດ້ວຍ ຢ າ ເ ສ ບ ຕິ ດ ແລະ ໄດ້ສ້າງເປັນວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາ ຢ າ ເ ສ ບ ຕິ ດ ຊຶ່ງໄດ້ຖືກຮັບຮອງເອົາໃນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 10 ສິງຫາ 2021 ຜ່ານມາ.

ເພື່ອເປັນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມຂອງສະພາແຫ່ງຊາດດັ່ງກ່າວ ອົງການໄອຍະການປະຊາຊົນສູງສຸດ ໄດ້ອອກຄຳສັ່ງວ່າດ້ວຍການຈັດຕັ້ງຜັນຂະຫຍາຍມະຕິຂອງສະພາແຫ່ງຊາດວ່າດ້ວຍການຮັບຮອງເອົາວາລະແຫ່ງຊາດຂອງລັດຖະບານ ກ່ຽວກັບການແກ້ໄຂບັນຫາ ຢ າ ເ ສ ບ ຕິ ດ ເພື່ອໃຫ້ອົງການໄອຍະການປະຊາຊົນທ້ອງຖິ່ນ ແລະ ອົງການໄອຍະການທະຫານທຸກຂັ້ນ ເພີ່ມທະວີຄວາມຮັບຜິດຊອບໃນການຕິດຕາມກວດກາການດໍາເນີນຄະດິ ຢ າ ເ ສ ບ ຄິ ດ ແຕ່ຫົວທີ ແລະ ເຂັ້ມງວດ, ເອົາໃຈໃສ່ປະສານສົມທົບແໜ້ນ ລະຫວ່າງ ອົງການໄອຍະການປະຊາຊົນ, ອົງການໄອຍະການທະຫານ ກັບອົງການສືບສວນ-ສອບສວນ, ເດັດດ່ຽວ ນໍາເອົາຜູ້ກະທໍ າ ຜິ ດ ມາລົງໂທດ ຕາມກົດໝາຍ, ບໍ່ໃຫ້ຜູ້ບໍ່ໄດ້ກະ ທໍ າ ຜິ ດ ຖື ກ ລົ ງ ໂ ທ ດ, ປະຕິບັດນະໂຍບາຍຕໍ່ພະນັກງານທີ່ໄດ້ຮັບມອບໝາຍ ຢ່າງເໝາະສົມ; ຄຸ້ມຄອງພະນັກງານຂອງຕົນ ຢ່າງເຂັ້ມງວດ, ຜູ້ໃດ ມີຜົນງານດີເດັ່ນ ໃຫ້ສະເໜີຍ້ອງຍໍຜູ້ກ່ຽວ ຈາກການຈັດຕັ້ງ, ອໍານາດການປົກຄອງທ້ອງຖິ່ນ ແລະ ຄະນະນໍາອົງການໄອຍະການປະຊາຊົນສູງສຸດ, ຜູ້ໃດ ມີພຶດຕິກໍາ ບໍ່ຖືກຕ້ອງ ໃຫ້ປະຕິບັດວິໄນຜູ້ກ່ຽວ ຕາມກົດໝາຍ ແລະ ລະບຽບການ ຢ່ າ ງ ເ ຂັ້ ມ ງ ວ ດ.

ບົນຈິດໃຈດັ່ງກ່າວ ກອງປະຊຸມໃນຄັ້ງນີ້ ຈຶ່ງມີຄວາມໝາຍຄວາມສໍາຄັນເປັນຢ່າງຍິ່ງ, ເປັນກອງປະຊຸມແລກປ່ຽນບົດຮຽນດ້ານວິຊາການ ລະຫວ່າງ ລະຫວ່າງ ອົງການໄອຍະການປະຊາຊົນ ແລະ ກະຊວງປ້ອງກັນຄວາມສະຫງົບ, ລະຫວ່າງ ສປປ ລາວ ແລະ ລາຊະອານາຈັກໄທ ກ່ຽວກັບການດຳເນີນຄະດີຢາເສບຕິດ ຢ່າງປະສິດທິຜົນ, ຍົກສູງຄຸນນະພາບຂອງການສືບສວນ-ສອບສວນ,ການຕິດຕາມກວດກາການປະຕິບັດກົດໝາຍ ກ່ຽວກັບການດໍາເນີນຄະດີຢາເສບຕິດ ຂອງອົງການໄອຍະການປະຊາຊົນ, ເຮັດໃຫ້ການດໍາເນີນຄະດີ ໂປ່ງໃສ, ຍຸຕິທໍາ ແລະ ຖືກຕ້ອງ ຕາມກົດໝາຍ, ສັງ ຄົມ ມີຄວາມເຊື່ອໝັ້ນ ຕໍ່ການດໍາເນີນຄະດີ ຕາມຂະບວນຍຸຕິທໍາ ນັບມື້ນັບຫຼາຍຂຶ້ນ, ປະກອບສ່ວນສໍາຄັນເຮັດໃຫ້ປະເທດເຮົາ ມີຄວາມສະຫງົບ, ມີຄວາມເປັນລະບຽບຮຽບຮ້ອຍ, ເສດຖະກິດຂະຫຍາຍຕົວຕໍ່ເນື່ອງ, ສ້າງຄວາມໝັ້ນຄົງຂອງລະບອບປະຊາທິປະໄຕປະຊາຊົນ ຕາມທິດສັງຄົມນິຍົມ.

.

.

.

.

.

.

ນັກຂ່າວ ອອປສ: ສຸກ