ລາຍງານຈາກ 1623 ແຂວງຊຽງຂວາງວ່າ “ເສຍຊີວິດຈາກພະຍາດ Covid-19 ຄົນທຳອິດ ຂອງແຂວງຊຽງຂວາງ ຈົ່ງມີສະຕິໃນການປ້ອງກັນຕົນເອງ ສິ່ງທີ່ບໍ່ຄາດຄິດເກີດຂື້ນໄດ້ສະເໝີ.”

ຜູ້ເສຍຊິວິດ ເປັນເພດຊາຍ ອາຍຸ 70 ປີ ພະນັກງານບໍານານ. ປະຊາຊົນບ້ານງອຍ ເມືອງແປກ ແຂວງຊຽງຂວາງ.

ຜູ້ເສຍຊີວິດມີພະຍາດປະຈຊາຕົວເປັນປະດົງຂໍ່. ບໍ່ທັນໄດ້ສັກວັກຊິນ.

ກວດພົບເຊື້ອ ວັນທີ່ 30 ພະຈິກ 2021, ແຕ່ຂໍປິ່ນປົວຕົນເອງຢູ່ເຮືອນ ເພາະສະພາບຮ່າງກາຍເພິ່ນຍັງແຂງແຮງ.
ຮອດວັນທີ 5 ທັນວາ 2021 ຜູ້ກ່ຽວມີອາການແໜ້ນໜ້າເອິກ, ທາງແພດຈິ່ງໄດ້ນໍາ ຕົວ ມາປິ່ນປົວທີ່ໂນງໝໍແຂວງ, ແຕ່ຜູ້ກ່ຽວອາການໜັກ ແລະ ເສຍຊິວິດ ໃນເວລາຕໍ່ມາ.

ຂໍສະແດງຄວາມເສຍໃຈນຳຄອບຄົວຜູ້ເສຍຊີວິດ ແລະ ຂໍໃຫ້ດວງວິນຍານຂອງຜູ້ເສຍຊີວິດຈົ່ງໄປສູ່ສຸກຂະຕິດ້ວຍເຖີດ.
