ໃນ 1 ອາທິດຜ່ານມາ ( 29 ພະຈິກ 2021 -5 ທັນວາ 2021 ) ຢູ່ນະຄອນຫລວງວຽງຈັນ ມິຄົນເສຍຊີວິດຈາກ ອຸບັດຕິເຫດທາງຖະຫນົນ ຈຳນວນ 5 ຄົນ.
ເຈົ້າຫນ້າທີ່ພະແນກຕຳຫລວດຈະລາຈອນ ປກສ ນະຄອນຫລວງວຽງຈັນ ໃຫ້ຮູ້ວ່າ: ໃນ ອາທິດຜ່ານມາ ຜູ້ໃຊ້ລົດ-ໃຊ້ຖະຫນົນຈຳນວນຫນຶ່ງ ຍັງລະເມີດກົດລະບຽບການສັນຈອນທີ່ວາງອອກ ເປັນຕົ້ນ ດື່ມເຫລົ້າ-ເບຍ, ຂັບຂີ່ລົດໄວ ແງະອື່ນໆ, ຈາກສາເຫດດັ່ງກ່າວຈຶ່ງເຮັດໃຫ້ມີອຸບັດຕິເຫດ ເກີດຂຶ້ນ 19 ຄັ້ງ, ຄົນເສຍຊີວິດ 5 ຄົນ.
ໃນວັນທີ 29 ພະຈິກ 2021 ເວລາ 22: 20 ໂມງ ລົດຈັກຕຳຄົນຍ່າງ ຢູ່ຖະຫນົນທ່າເດື່ອ ບ້າທ່າມ່ວງ ເມືອງຫາດຊາຍຟອງ ເຮັດໃຫ້ທ້າວ ຈັນທ່ຽງ ອາຍຸ 33 ປີ, ບ້ານບໍ່ເຫລັກ ເມືອງໄຊທານີ ( ຄົນຍ່າງ ) ເສຍຊີວິດ.
ໃນວັນທີ 2 ທັນວາ 2021 ເວລາ 20:20 ໂມງ ລົດໃຫຍ່ ແລະ ລົກຈັກຕຳກັນ ຢູ່ບ້ານໂຊກນ້ອຍ ເຮັດໃຫ້ ທ້າວ ເລັ່ງ ອາຍຸ 43 ປີ, ບ້ານໂຊກນ້ອຍ ເມືອງໄຊເສດຖາ ຜູ້ຂັບຂີ່ລົດຈັກ ເສຍຊີວິດ; ຕໍ່ມາໃນເວລາ 21:45 ໂມງ ຂອງວັນດຽວກັນ ລົດຈັກ ແລະ ລົດໃຫຍ່ຕຳກັນ ຢູ່ຖະຫນົນທ່າເດື່ອ ເຂດບ້ານປ່າຫວ້າ ເມືອງຫາດຊາຍຟອງ ເຮັດໃຫ້ ທ້າວ ເລັກຂາວ ອາຍຸ 21 ປີ, ພັກເຊົາຢູ່ບ້ານໂນນຄໍ້ ເມືອງໄຊເສດຖາຜູ້ຂີ່ລົດຈັກ ເສຍຊີວິດ.
ໃນວັນທີ 3 ທັນວາ 2021 ເວລາ 23:00 ໂມງ ລົດຈັກລົ້ມເອງ ຢູ່ໂພນຕ້ອງຈອມມະນີ ເມືອງໄຊເສດຖາ ເຮັດໃຫ້ທ້າວ ໄຊຊະນະ ອາຍຸ 32 ປີ, ບ້ານໂພນພະເນົາ ເມືອງໄຊເສດຖາ ເສຍຊີວິດ.
ໃນວັນທີ 5 ທັນວາ 2021 ເວລາ 20:23 ໂມງ ລົດໃຫຍ່ກັບລົກຈັກຕຳກັນ ຢູ່ບ້ານນາໄຫ ເມືອງຫາດຊາຍຟອງ ເຮັດໃຫ້ ທ້າວ ພູໄຊ ອາຍຸ 36 ປີ, ບ້ານໂນນສົມບູນ ເມືອງສີໂຄດຕະບອງ ຜູ້ຂັບຂີ່ລົດຈັກ ເສຍຊີວິດ.