ຈັບຜູ້ຄ້າຂາຍຢ າໄ ອ້, ເ ຮ ໂຣ ອິນ 12 ເປົາ ນ້ຳໜັກ 496 ກິໂລກຼາມ

ໃນວັນທີ 6 ທັນວາ 2021 ກອງບັນຊາການ ປກສ ເມືອງຫາດຊາຍຟອງ ຈັບຜູ້ຄ້າຂາຍຢ າເສ ບຕິ ດ ຢູ່ບ້ານຖິ່ນແທ່ນ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ພາຍຫຼັງໄດ້ຮັບການລາຍງານຈາກ ຈື່ງເຂົ້າກັກຕົວຜູ້ຖືກຫາຊື່ ທ້າວ ກ໋ອບ ອາຍຸ 20 ປີ ປະຊາຊົນບ້ານຖິ່ນແທ່ນ ເມືອງຫາດຊາຍຟອງ ນວ; ພ້ອມຢາເສບຕິດ ຈຳນວນ 12 ເປົາ

ໃນນີ້ມີຢາເສບຕິດປະເພດ ເຮໂ ຣ ອິນ 2 ເປົາ ມີ 200 ແທ່ງ ນ້ຳໜັກ 76 ກິໂລກຼາມ ແລະ ຢາ ເສ ບຕິດ ປະເພດຢ າ ໄອ້ ຈຳນວນ 10 ເປົາ ມີ 400 ກ້ອນນ້ຳໜັກ 420 ກິໂລກຼາມ ພ້ອມລົດກະບະຍິ່ຫໍ້ວີໂກ້ແຊ້ມ ສີຂາວ ປ້າຍທະບຽນ ກກ 0655 ກໍາແພງນະຄອນ.

ປັດຈຸບັນເຈົ້າໜ້າທີ່ພວມດຳເນີນການສືບສວນ-ສອບສວນຂະຫຍາຍຜົນສືບຄົ້ນຫາຜູ້ຮ່ວມຂະບວນການມາດຳເນີນຕາມຂັ້ນຕອນຂອງກົດໝາຍ.

Leave a Reply

Your email address will not be published. Required fields are marked *