ອີງຕາມການຳສະເໜີຂ່າວຊ່ອງ PPTV HD 36 ຂອງໄທວັນທີ 6 ທັນວາ 2021 ໃຫ້ຮູ້ວ່າ: ມີການລາຍງານການພົບເຊື້ອໂຄວິດ ສາຍພັນ Omicron ຜູ້ທຳອິດໃນໄທ ເຊິ່ງເປັນນັກທ່ອງທ່ຽວຊາຍຊາວອາເມລິກາ ເດີນທາງຈາກສະເປນ ເຂົ້າສູ່ໄທ.

ນັກທ່ອງທ່ຽວຄົນດັ່ງກ່ວ ແມ່ນໄດ້ອາໄສຢູ່ສະເປນມາເປັນເວລາ 1 ປີ ແລ້ວຈຶ່ງເດີນທາງມາໄທ ໂດຍ ໄດ້ຜ່ານການກວດຫາເຊືອໃນວັນທີ 29 ພະຈິກ ຜ່ານມາ, ເມື່ອມາຮອດໄທຈຶ່ງໄດ້ຮັບຜົນກວດວ່າຜູ້ກ່ຽວມີຜົນເປັນບວກ ພ້ອມທັງມີການວິນິດໄສ ເນື່ອງຈາກຜົນບວກມີລັກສະນະ 3-4 ຕຳແໜ່ງ ໃນສາຍພັນ Omicron.