ທ່ານ ສີຈິ້ນຜິງ ພົບປະກັບ ທ່ານ ທອງລຸນ ສີສຸລິດ ຜ່ານຮູບແບບວີດີໂອ.

ແຫລ່ງຂ່າວ CRI. ວັນທີ 3 ທັນວານີ້, ທ່ານ ສີຈິ້ນຜິງ ເລຂາທິການ ໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ ປະທານປະເທດ ແຫ່ງສປ ຈີນ ໄດ້ພົບປະກັບ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດແຫ່ງ ສປປ ລາວ ຜ່ານຮູບແບບວິດີໂອ.

ທ່ານ ສີຈິ້ນຜິງ ກ່າວວ່າ: ປີນີ້ເປັນປີທີ່ສອງປະເທດຈີນ ແລະ ລາວ ໄດ້ສ້າງຕັ້ງສາຍພົວພັນທາງການທູດຄົບຮອບ 60 ປີ ແລະເປັນປີມິດຕະພາບຈີນ-ລາວ. ໃນຕະຫລອດໄລຍະ 60 ປີຜ່ານມາ ສາຍພົວພັນຈີນ-ລາວ ສາມາດຜ່ານຜ່າການທົດສອບຈາກສະພາບການສາກົນທີ່ຜັນແປໄປຢ່າງສັບສົນ ແຕ່ນັບມື້ນັບໝັ້ນແກ່ນ ແລະມີຊີວິດຊີວາຂຶ້ນ, ຂໍກຸນແຈສຳຄັນແມ່ນຂຶ້ນກັບວ່າສອງຝ່າຍໄດ້ຍຶດໝັ້ນອຸດົມການຮ່ວມກັນ, ໄວ້ເນື້ອເຊື່ອໃຈກັນຊ່ວຍເຫລືອເຊິ່ງກັນ ແລະກັນ ແລະຮ່ວມຊາຕາກຳນຳກັນ.

ທ່ານ ສີຈິ້ນຜິງ ກ່າວເນັ້ນວ່າ; ຈີນ-ລາວ ລ້ວນແຕ່ຍຶດໝັ້ນໃນການນຳ ພາຂອງພັກກອມມູນິດ ແລະທິດທາງສັງຄົມນິຍົມ, ນີ້ຄືຈຸດທາດແທ້ພິເສດຂອງສາຍພົວພັນລະຫວ່າງສອງປະເທດຈີນ-ລາວ. ເມື່ອຜະເຊີນໜ້າກັບສະພາບແວດລ້ອມພາຍນອກອັນສັບສົນ ແລະຂ້ຽວຂາດທັງມີໜ້າທີ່ອັນໜັກໜ່ວງຂອງໃຜລາວໃນການປ້ອງກັນ ແລະຄວບຄຸມພະຍາດໂຄວິດ-19 ແລະການພັດທະນາເສດຖະກິດສັງຄົມພາຍໃນປະເທດ, ຈີນ-ລາວ ຄວນມີຈຸດຢືນໃນລະດັບສູງໃນດ້ານການເມືອງ ແລະຍຸດທະສາດແຫ່ງການປົກປັກຮັກສາພາລະກິດຮ່ວມຄືພາລະກິດສັງຄົມນິຍົມ, ຊຸກຍູ້ສາຍພົວພັນ ລະຫວ່າງສອງພັກສອງລັດໃຫ້ຂະຫຍາຍຕົວຂຶ້ນສູ່ລະດັບໃໝ່ຢ່າງບໍ່ຢຸດຢັ້ງ, ສືບຕໍ່ສ້າງຄູ່ຮ່ວມຊາຕາກຳຈີນ-ລາວ ທີ່ໝັ້ນແກ່ນໂດຍບໍ່ສາມາດຕັດແຍກອອກຈາກກັນໄດ້.

ສອງຝ່າຍຄວນຮ່ວມກັນປົກປັກຮັກສາຄວາມໝັ້ນຄົງດ້ານການເມືອງ ແລະລະບອບການເມືອງຈີນ-ລາວ. ຝ່າຍຈີນ ຍິນດີຮ່ວມກັບຝ່າຍລາວ ເພີ່ມທະວີການແລກປ່ຽນຄວາມຄິດເຫັນໃນດ້ານຍຸດທະສາດ, ລົງເລິກການແລກປ່ຽນບົດຮຽນໃນການປົກຄອງ ແລະບໍລິຫານປະເທດ, ສະໜັບສະໜູນ ແລະຊ່ວຍເຫລືອພາລະກິດສ້າງສາພັດທະນາປະເທດຊາດຂອງລາວ ຕາມຄວາມສາມາດຂອງຕົນ. ສອງຝ່າຍຄວນເສີມຂະຫຍາຍບົດບາດການປະສານງານຂອງຄະນະກຳມະການຮ່ວມມືແລວເສດຖະກິດຈີນ-ລາວ ໃຫ້ເກີດມີປະສິດທິຜົນທີ່ດີ, ວາງແຜນໃຫ້ເປັນເອກະພາບກັນໃນການຊຸກຍູ້ການຮ່ວມມືຕົວຈິງ ລະຫວ່າງສອງປະເທດຈີນ-ລາວ, ຊຸກຍູ້ການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ໃຫ້ພັດທະນາດ້ວຍຄຸນນະພາບສູງ, ຍົກລະດັບການຮ່ວມມື ຕົວຈິງໃຫ້ສູງຂຶ້ນຢ່າງບໍ່ຢຸດຢັ້ງ. ທາງລົດໄຟຈີນ-ລາວ ໄດ້ເປີດນຳໃຊ້ຢ່າງເປັນ ທາງການໃນມື້ນີ້, ຄວາມໃຝ່ຝັນຂອງລາວທີ່ຫັນຈາກປະເທດທີ່ບໍ່ມີທາງອອກສູ່ທະເລກາຍມາເປັນປະເທດເຊື່ອມໂຍງເຊື່ອມຈອດນັ້ນຈະປາກົດຜົນເປັນຈິງໃນໄວໆນີ້.

ພວກເຮົາບໍ່ພຽງແຕ່ຄວນບັນລຸການເຊື່ອມໂຍງເຊື່ອມຈອດກັນໃນດ້ານຮາດແວເທົ່ານັ້ນ, ຍັງຄວນພັດທະນາການເຊື່ອມໂຍງເຊື່ອມຈອດກັນໃນດ້ານຊັອຟແວໃຫ້ດີອີກດ້ວຍ, ປະຕິບັດວຽກງານການບົວລະບັດຮັກສາ ແລະການຮັບປະກັນຄວາມປອດໄພໃຫ້ກັບທາງລົດໄຟຈີນ-ລາວ ໃນຕໍ່ໜ້າໃຫ້ດີ, ສ້າງແລວເສດຖະກິດລຽບຕາມເສັ້ນທາງລົດໄຟທີ່ມີຄຸນນະພາບສູງ, ຍືນຍົງ ແລະສ້າງຜົນປະໂຫຍດໃຫ້ກັບປະຊາຊົນ. ຄວນຊຸກຍູ້ການຮ່ວມມືດ້ານໂຄງການພື້ນຖານ ໂຄງລ່າງແບບໃໝ່, ຍົກລະດັບການເຊື່ອມໂຍງເຊື່ອມຈອດກັນດ້ານພະລັງງານ ລະຫວ່າງຈີນ-ລາວ ໃຫ້ສູງຂຶ້ນ, ເພີ່ມທະວີການຮ່ວມມືໃນຂົງເຂດຕ່າງໆເຊັ່ນ: ກະສິກຳ, ເຂດພັດທະນາເສດຖະກິດ, ການທະນາຄານເປັນຕົ້ນ.

ທ່ານ ສີຈິ້ນຜິງ ກ່າວເນັ້ນວ່າ: ການຮັບໃຊ້ປະຊາຊົນແມ່ນຈຸດປະສົງຮ່ວມຂອງສອງພັກຈີນ-ລາວ, ການພົວພັນລະຫວ່າງຈີນ-ລາວ ກໍ່ໄດ້ເນັ້ນໃສ່ການໃຫ້ຄວາມສຳຄັນກັບປະຊາຊົນ, ສ້າງຜົນປະໂຫຍດໃຫ້ປະຊາຊົນຫລາຍກວ່າເກົ່າ. ຈີນ ຈະສືບຕໍ່ສະໜັບສະໜູນ ສປປ ລາວໃນດ້ານການສະໜອງວັກຊິນປ້ອງກັນໂຄວິດ-19, ວັດຖຸອຸປະກອນຕ້ານການແຜ່ລະບາດຂອງພະຍາດ ແລະດ້ານອື່ນໆ, ເພີ່ມທະວີການຮ່ວມມືດ້ານການປິ່ນປົວພະຍາດ ແລະການຊ່ວຍເຫລືອເພື່ອລຶບລ້າງຄວາມທຸກຍາກຢູ່ຊົນນະບົດ, ລົງເລິກການແລກປ່ຽນລະຫວ່າງຊາວໜຸ່ມ, ວັດທະນະທຳ ແລະການແລກປ່ຽນ ລະຫວ່າງທ້ອງຖີ່ນ, ເພື່ອໃຫ້ປະຊາຊົນສອງປະເທດໄດ້ຮັບຜົນປະໂຫຍດຫລາຍກວ່າເກົ່າ ແລະມີຄວາມສົມບຸນພຸນສຸກຫລາຍຂຶ້ນ. ຈີນ ຍິນດີຮ່ວມກັບລາວຈັດຕັ້ງປະຕິບັດລັດທິຫລາຍຝ່າຍຢ່າງແທ້ຈິງ, ຜັນຂະຫຍາຍຂໍ້ລິເລີ່ມພັດທະນາທົ່ວໂລກ, ຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກຳຈີນ-ອາຊຽນ ທີ່ມີຄວາມແໜ້ນແຟ້ນກວ່າເກົ່າ, ຮ່ວມກັນປົກປັກຮັກສາສັນຕິພາບ, ສະຖຽນລະພາບ ແລະຄວາມຈະເລີນຮຸ່ງເຮືອງຂອງພາກພື້ນ.

ທ່ານ ທອງລຸນ ສີສຸລິດ ກ່າວວ່າ: ຂ້າພະເຈົ້າ ຂໍອວຍພອນໄຊອັນປະເສີດໃຫ້ກັບການສ້າງຕັ້ງພັກກອມມູນິດຈີນ ຄົບຮອບ 100 ປີ, ຂໍສະແດງຄວາມຊົມເຊີຍກອງປະຊຸມຄົບຄະນະຄັ້ງທີ 6 ຂອງຄະນະກຳມະການສູນກາງພັກກອມມູນິດຈີນ ສະໄໝທີ 19 ທີ່ໄດ້ຮັບໝາກຜົນສຳຄັນໃນປະຫວັດສາດ. ຂໍສະແດງຄວາມຮູ້ບຸນຄຸນຕໍ່ສະຫາຍປະທານປະເທດ ສີຈິ້ນຜິງ, ພັກ ລັດຖະບານ ແລະປະຊາຊົນຈີນ ທີ່ໄດ້ໃຫ້ການສະໜັບສະໜູນ ແລະຊ່ວຍເຫລືອອັນລ້ຳຄ່າແກ່ ສປປ ລາວ ຢ່າງສະເໝີຕົ້ນສະເໝີປາຍ. ທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມເຫັນດີເຫັນພ້ອມກັບການຕີລາຄາຢ່າງສູງກ່ຽວກັບການພົວພັນລະຫວ່າງສອງພັກ ສອງລັດຖະບານລາວ ແລະຈີນ ແລະຄຳເຫັນສຳຄັນຂອງສະຫາຍປະທານປະເທດ ສີຈິ້ນຜິງ ກ່ຽວກັບການເສີມຂະຫຍາຍການພົວພັນສອງຝ່າຍ. ຍ້ອນໄດ້ຮັບຜົນປະໂຫຍດຈາກຂໍ້ລິເລີ່ມ ໜຶ່ງແລວໜຶ່ງເສັ້ນທາງ ທີ່ສະເໜີໂດຍ ສະຫາຍປະທານປະເທດ ສີຈິ້ນຜິງ ເຮັດໃຫ້ເສັ້ນທາງລົດໄຟລາວ-ຈີນໄດ້ສ້າງສຳເລັດ ແລະເຮັດໃຫ້ຄວາມຝັນຄວາມຄອງຄອຍຂອງປະຊາຊົນລາວບັນລຸຜົນເປັນຈິງ.

ສປປ ລາວ ຍິນດີສືບຕໍ່ຮັກສາການໄປມາຫາສູ່ກັນລະຫວ່າງການນຳຂັ້ນສູງຂອງສອງຝ່າຍ, ເພີ່ມທະວີຄວາມເຂົ້າໃຈກັນດ້ານຍຸດທະສາດ, ເພື່ອເສີມຂະຫຍາຍປະສິທິພາບທາງດ້ານເສດຖະກິດຂອງເສັ້ນທາງລົດໄຟລາວ-ຈີນ ໃຫ້ເຖິງລະດັບສູງສຸດ, ຊຸກຍູ້ໃຫ້ການຮ່ວມມືດ້ານເສດຖະກິດລະຫວ່າງ ລາວ-ຈີນ ໄດ້ຮັບໝາກຜົນຫລາຍຍິ່ງຂຶ້ນ. ຈີນ ແມ່ນເສົາຄ້ຳທີ່ສຳຄັນໃນການຮັກສາສັນຕິພາບ ແລະສະຖຽນລະພາບຂອງໂລກກໍ່ຄືຂອງພາກພື້ນຕະຫລອດມາ, ຈີນ ໄດ້ປະຕິບັດຕາມນະໂຍບາຍການຕ່າງປະເທດສັນຕິພາບແລະເປັນມິດກັບປະເທດຕ່າງໆຢ່າງສະເໝີຕົ້ນສະເໝີປາຍ ແລະໄດ້ຮັບການຍອມຮັບຢ່າງກວ້າງຂວາງຈາກປະຊາຄົມໂລກ, ທັງໄດ້ຮັບການສະໜັບສະໜູນຢ່າງແຂງແຮງຈາກປະເທດຕ່າງໆໃນໂລກທີ່ຮັກຫອມສັນຕິພາບນັ້ນນັບມື້ນັບຫລາຍ.

ສປປ ລາວ ຍຶດໝັ້ນໃນການສະໜັບສະໜູນຫລັກໝັ້ນອັນເປັນທຳຂອງປະເທດຈີນ ໃນບັນຫາກ່ຽວກັບຜົນປະໂຫຍດແກນກາງ, ຍຶດໝັ້ນການສະໜັບສະໜູນຈີນຈັດງານມະຫະກຳກິລາໂອລິມປິກລະດູໜາວປັກກິ່ງ ໃຫ້ສຳເລັດຜົນ. ລາວ ຍິນດີຮ່ວມກັບຈີນ ເພີ່ມທະວີການປະສານສົມທົບກັນໃນວຽກງານສາກົນ, ຊຸກຍູ້ການພົວພັນຄູ່ຮ່ວມຍຸດທະສາດຮອບດ້ານອາຊຽນ-ຈີນໃຫ້ຂະຫຍາຍຕົວໄປໜ້າຢ່າງບໍ່ຢຸດຢັ້ງ ແລະປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການປົກປັກຮັກສາສັນຕິພາບ, ຄວາມໝັ້ນຄົງ ແລະການພັດທະນາຂອງພາກພື້ນ.

Leave a Reply

Your email address will not be published. Required fields are marked *