ວັນທີ 3 ທັນວາ 2021 ລັດຖະບານ ແລະ ປະຊາຊົນແຫ່ງຣາຊະອານາຈັກກຳປູເຈຍ ໄດ້ມອບວັກຊີນປ້ອງກັນພະຍາດໂຄວິດ-19 (ຊີໂນວັກ) ຈຳນວນ 500,000 ໂດສ໌ ແລະ ລົດຂົນສົ່ງວັກຊີນ ຈຳນວນ 03 ຄັນ ໃຫ້ແກ່ລັດຖະບານ ແລະ ປະຊາຊົນແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ການຊ່ວຍເຫຼືອດັ່ງກ່າວແມ່ນການປະກອບສ່ວນອັນສຳຄັນເຂົ້າໃນການຕ້ານ ແລະ ສະກັດກັ້ນ ການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ທີ່ ສປປ ລາວ ກຳລັງປະເຊີນຢູ່ໃນປະຈຸບັນ, ໂດຍສະເພາະການສ້າງພູມຄຸ້ມກັນໃຫ້ແກ່ຊຸມຊົນ ແລະ ການບັນລຸແຜນການສັກວັກຊີນໃຫ້ພົນລະເມືອງໃຫ້ໄດ້ 50% ໃນທ້າຍປີ 2021 ທີ່ລັດຖະບານໄດ້ກໍານົດໄວ້.

ໃຫ້ກຽດເຂົ້າຮ່ວມພິທີມອບ-ຮັບຄັ້ງນີ້ ໂດຍ ທ່ານ ສຈ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ທ່ານ ປອ. ດຣ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ, ທ່ານ ສຈ ມອມ ບຸນເຮັງ ລັດຖະມົນຕີ ກະຊວງສຸກຂາພິບານ ແຫ່ງຣາຊະອານາຈັກກຳປູເຈຍ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງຂອງທັງສອງຝ່າຍເຂົ້າຮ່ວມ.

– ດ່ານໜອງນົກຂຽນ ແຂວງຈໍາປາສັກ

Leave a Reply

Your email address will not be published. Required fields are marked *