ມາຮອດວັນທີ 01 ທັນວາ 2021 ຕົວເລກຜູ້ຕິດເຊື້ອສະສົມ ພະຍາດໂຄວິດ-19 ຢູ່ ສປປ ລາວ 75,163 ຄົນ, ເສຍຊີວິດສະສົມ 178 ຄົນ (ໃໝ່ 08), ປິ່ນປົວຫາຍດີ ແລະ ກັບບ້ານໃນມື້ວານ ມີ 595 ຄົນ, ກໍາລັງປິ່ນປົວ 11,853 ຄົນ.

ລາຍລະອຽດຜູ້ເສຍຊີວິດໃໝ່ 08 ຄົນ ມີດັ່ງນີ້:

ຜູ້ທີ 1 ແມ່ນ ເພດຊາຍ, ອາຍຸ 71 ປີ, ບ້ານນາປາຝາ, ເມືອງ ຊະນະຄາມ, ແຂວງ ວຽງຈັນ. ພະຍາດປະຈຳຕົວມີ ຄວາມດັນເລືອດສູງ ແລະ ພະຍາດເບົາຫວານ. ສັກຢາວັກຊີນຄົບ. ວັນທີ 27 ພະຈິກ 2021 ກວດພົບເຊື້ອໂຄວິດ-19. ວັນທີ 29 ພະຈິກ 2021 ມາຮອດເວລາ 9:30 ໂມງ ຄົນເຈັບເສຍຊີວິດ.

ຜູ້ທີ 2 ແມ່ນ ເພດຍິງ, ອາຍຸ 51 ປີ, ອາຊີບ: ພະນັກງານ, ບ້ານນາຫມາກ, ເມືອງທຸລະຄົມ ແຂວງວຽງຈັນ (ນັບເປັນຄົນເສຍຊີວິດ ຢູ່ນະຄອນຫລວງ). ພະຍາດປະຈຳໂຕ ແມ່ນຜ່າຕັດສະຫມອງເດືອນ ມີນາ ປີ 2020 ແລະ ຄວາມດັນເລືອດສູງ. ໄດ້ສັກຢາວັກຊີນຄົບ. ວັນທີ 19 ພະຈິກ 2021 ກວດພົບເຊື້ອໂຄວິດ-19. ຮອດເວລາ 05:05 ນາທີ ຂອງວັນທີ 30 ພະຈິກ 2021 ຄົນເຈັບ ໄດ້ເສຍຊີວິດ.

ຜູ້ທີ 3 ແມ່ນ ເພດຍິງ ອາຍ 37 ປີ, ບ້ານເພຍວັດ, ເມືອງສີນາກ, ນະຄອນຫລວງ . ພະຍາດຜ່ານມາ ແມ່ນບໍ່ໄດ້ກວດສຸຂະພາບ. ໄດ້ສັກຢາວັກຊີນຄົບ. ວັນທີ 24 ພະຈິກ 2021 ກວດພົບເຊື້ອໂຄວິດ-19. ຮອດເວລາ 06:10 ນາທີ ຂອງວັນທີ 30 ພະຈິກ 2021 ຄົນເຈັບ ໄດ້ເສຍຊີວິດ.

ຜູ້ທີ 4 ແມ່ນ ເພດຊາຍ, ອາຍຸ 59 ປີ, ບ້ານໂນນສະຫວ່າງ, ເມືອງໄຊເສດຖາ, ນະຄອນຫລວງ. ພະຍາດປະຈໍາຕົວມີ ຄວາມດັນເລືອດສູງ ແລະ ປະດົງ. ບໍ່ໄດ້ສັກຢາວັກຊີນ. ວັນທີ 30 ຕຸລາ 2021 ເຂົ້າປີ່ນປົວ ຢູ່ສູນດົງໂດກ. ມາຮອດເວລາ 3:15 ນາທີ ຂອງວັນທີ 30 ພະຈິກ 2021 ຄົນເຈັບ ໄດ້ເສຍຊີວິດ.

ຜູ້ທີ 5 ແມ່ ເພດຊາຍ, ອາຍຸ 75 ປີ, ບ້ານໜອງວຽງຄໍາ, ເມືອງໄຊທານີ, ນະຄອນຫລວງ. ພະຍາດປະຈໍາຕົວມີຄວາມດັນເລືອດສູງ. ໄດ້ສັກຢາວັກຊີນຄົບ. ວັນທີ 21 ພະຈິກ 2021 ກວດພົບເຊື້ອໂຄວິດ-19. ມາຮອດເວລາ 3:15 ນາທີ ຂອງວັນທີ 30 ພະຈິກ 2021 ຄົນເຈັບ ໄດ້ເສຍຊີວິດ.

ຜູ້ທີ 6 ແມ່ນ ເພດຍິງ, ອາຍຸ 69 ປີ, ບ້ານໂນສີ, ເມືອງສີສັດຕະນາກ, ນະຄອນຫລວງ. ພະຍາດປະຈໍາຕົວ ມີຄວາມດັນເລືອດສູງ ແລະ ເບົາຫວານ. ໄດ້ສັກຢາວັກຊີນຄົບ. ວັນທີ 20 ພະຈິກ 2021 ກວດພົບເຊື້ອໂຄວິດ-19. ມາຮອດເວລາ 3:30 ນາທີ ຂອງວັນທີ 30 ພະຈິກ 2021 ຄົນເຈັບ ໄດ້ເສຍຊີວິດ.

ຜູ້ທີ 7 ແມ່ນ ເພດຍິງ, ອາຍຸ 75 ປີ, ບ້ານໂພນປ່າເປົ້າ, ເມືອງສີສັດຕະນາກ, ນະຄອນຫລວງ. ພະຍາດປະຈໍາຕົວ ມີຄວາມດັນເລືອດສູງ ແລະ ເບົາຫວານ. ບໍ່ໄດ້ຮັບການສັກຢາວັກຊີນ. ວັນທີ 29 ພະຈິກ 2021: ກວດພົບເຊື້ອໂຄວິດ-19. ມາຮອດເວລາ 6:30 ນາທີ ຂອງວັນທີ 30 ພະຈິກ 2021: ຄົນເຈັບ ໄດ້ເສຍຊີວິດ.

ຜູ້ທີ 8 ແມ່ນ ເພດຊາຍ, ອາຍຸ 27 ປີ, ບ້ານນາລ້ອມ, ເມືອງໄຊທານີ, ນະຄອນຫລວງວຽງຈັນ. ພະຍາດປະຈໍາຕົວມີ ຄວາມດັນເລືອດສູງ ແລະ ໄຂ່ຫຼັງຊຸດໂຊມ. ບໍ່ໄດ້ຮັບການສັກຢາວັກຊີນ. ວັນທີ 29 ພະຈິກ 2021 ກວດພົບເຊື້ອໂຄວິດ-19. ມາຮອດເວລາ 23:30 ນາທີ ຂອງວັນທີ 30 ພະຈິກ 2021 ຄົນເຈັບ ໄດ້ເສຍຊີວິດ

Leave a Reply

Your email address will not be published. Required fields are marked *