ຂ່າວແຂວງຫົວພັນ: ບ້ານລ້ອງງົວປ່າ ມີງົວຕາຍ 30 ໂຕ ຍ້ອນພະຍາດ🐂🐄
ຕາມການເກັບກຳຂໍ້ມູນຂອງວິຊາການຈາກຫ້ອງການກະສິກຳ ແລະ ປ່າໄມ້ ເມືອງຊ່ອນ ແຂວງຫົວພັນ ຄັ້ງວັນທີ 27 ພະຈິກ 2021 ໄດ້ພົບມີການລະບາດຂອງພະຍາດງົວ-ຄວາຍ ຢູ່ເຂດບ້ານລ້ອງງົວປ່າ ເຊິ່ງງົວ ເລິ່ມເຈັບ ແລະ ທະຍອຍຕາຍມາແຕ່ຕົ້ນເດືອນພະຈິກ, ປັດຈຸບັນ ມີງົວຕາຍແລ້ວ 30 ໂຕ, ຍັງເຈັບ 3 ໂຕ.

ສາເຫດທີ່ງົວຕາຍ ແມ່ນຍ້ອນບໍ່ໄດ້ຮັບການສັກຢາປ້ອງກັນພະຍາດ, ເຈົ້າຂອງສັດບໍ່ໄດ້ລາຍງານໃຫ້ອຳນາດການປົກຄອງບ້ານ ແລະ ຫ້ອງການກະສິກຳແລະປ່າໄມ້ເມືອງ, ເວລາງົວຕາຍແລ້ວບໍ່ໄດ້ນຳໄປຝັງຖິ້ມ ແລະ ຍັງພາກັນ ປາດ-ຄົວເອົາຊິ້ນມາບໍລິໂພກ ຈິ່ງເຮັດໃຫ້ພະຍາດແຜ່ເຊື້ອໄປຫາສັດໂຕອື່ນ.
ຕາມການສັນລະສູດຊາກງົວທີ່ຕາຍ ອາດເກີດມາຈາກພະຍາດເຕົ້າໂຮມເລືອດງົວ-ຄວາຍ. ເພື່ອປ້ອງກັນບໍ່ໃຫ້ພະຍາດດັ່ງກ່າວແພ່ລາມເປັນວົງກວ້າງ ຫ້ອງການກະສິກຳ ແລະ ປ່າໄມ້ ເມືອງຊ່ອນ ຈິ່ງແຈ້ງໃຫ້ທຸກບ້ານ ແລະ ຜູ້ລ້ຽງສັດປະຕິບັດດັ່ງນີ້:

1. ຫ້າມເຄື່ອນຍ້າຍ ງົວ-ຄວາຍ ເຂົ້າ-ອອກບ້ານ ແລະ ເຂດລ້ຽງສັດໃນຊ່ວງນີ້.
2. ໝັ່ນຕິດຕາມເບີ່ງສຸຂະພາບສັດຖ້າພົບເຫັນ ງົວ-ຄວາຍໂຕໃດຜິດປົກກະຕິ ໃຫ້ຮີບແຍກປ່ຽວອອກ ແລະ ປິ່ນປົວ.
3. ຖ້າມີສັດຕາຍຕ້ອງຂຸດຂຸມຝັງຖິ້ມໃຫ້ເລິກ,ຫ້າມປາດ ຫຼື ຄົວກິນເດັດຂາດ.
4. ເຂດທີ່ບໍ່ທັນມີການລະບາດໃຫ້ຂື້ນແຜນເກັບກຳຈຳນວນສັດເພື່ອນຳເອົາຢາມາສັກປ້ອງກັນ.
5. ເອົາໃຈໃສ່ຈັດຫາອາຫານ, ນ້ຳໃຫ້ສັດໄດ້ກິນພຽງພໍ ແລະ ມີຄອກໃຫ້ສັດໄດ້ຢູ່.
6. ຂໍຄວາມຮ່ວມມືຈາກຜູ້ລ້ຽງສັດທຸກທ່ານ ຕ້ອງເປັນເຈົ້າການປະຕິບັດຫລັກການສັດຕະວະແພດວາງອອກໃຫ້ເຂັ້ມງວດເພື່ອຜົນປະໂຫຍດຂອງຕົວທ່ານເອງ ແລະ ລວມຫມູ່.
7. ທີ່ສຳຄັນ ຖ້າພົບເຫັນສັດລ້ຽງມີອາການຜິດປົກກະຕິໃຫ້ຮິບໂທແຈ້ງຫ້ອງການກະສິກຳ ແລະ ປ່າໄມ້ ທີ່ເບີ 030 9099 005
ຂໍ້ມູນ ຂ່າວ-ພາບ ຈາກຫ້ອງການກະສິກຳ ແລະ ປ່າໄມ້ເມືອງຊ່ອນ