ວັນທີ 23/11/2021ເຈົ້າໜ້າທີ່ ປກສ ເມືອງຄູນຄຳ ແຂວງຄຳມ່ວນ ໄດ້ເຮັດໜ້າທີ່ກວດກາລົດ ຢູ່ປ້ອມຈາລະຈອນ ສາມແຍກກອງລໍ ໃນຂະນະນັ້ນ ໄດ້ກວດກາລົດກະບະຣີໂວ້ ໝາຍເລກທະບຽນ ຫພ 3366 ກຳແພງນະຄອນ,

.

ເຈົ້າໜ້າທີ່ ໄດ້ກັກຕົວຜູ້ລັກລອບຂົນຢາເສບຕິດ (ຢາບ້າ) ໄດ້ 2 ຄົນ ພ້ອມ ຢືດໄດ້ຂອງກາງລົດ 1 ຄັນ, ຢາບ້າໄດ້ 65 ແຟັກ ເທົ່າກັບ 195 ມັດ ເທົ່າກັບ 390.000 ເມັດ.

ຈາກນັ້ນ ໄດ້ມອບຜູ້ຖືກຫາ ແລະ ຢາເສບຕິດໃຫ້ພະແນກຕ້ານ ສສກ ຢາເສບຕິດ ປກສ ແຂວງຄຳມ່ວນ ດຳເນີນຕາມລະບຽບກົດໝາຍ.
