ວັນທີ 13 ພະຈິກ 2021 ທົ່ວປະເທດ ໄດ້ ມີການເກັບຕົວຢ່າງມາກວດຊອກຫາເຊື້ອ COVID-19 ທັງໝົດ 5.686 ຕົວຢ່າງ, ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ 985 ຄົນ ( ຕິດເຊື້ອພາຍໃນປະເທດ 981 ຄົນ, ເດີນທາງຈາກຕ່າງປະເທດ 04 ຄົນ) ເຮັດໃຫ້ຕົວເລກຜູ້ຕິດເຊຶ້ອ ພະຍາດໂຄວີດ 19 ສະ ສົມໃນ ສປປ ລາວ ຮອດປະຈຸບັນ ແມ່ນ 54.192 ຄົນ, ເສຍຊີວິດສະສົມ 99 (ໃໝ່ 03), ປິນປົວຫາຍດີໃນມື້ວານນີ້ 730 ຄົນ ຈຳນວນຜູ້ທີ່ຍັງປິ່ນປົວ ແມ່ນ 10.356 ເຊິງໝາຍຄວາມວ່າ

ມາຮອດມື້ນີ້ ຍັງມີຜູ້ຕິດເຊື້ອພະຍາດໂຄວີດ-19 ກວມ 1,9 % ຂອງ ຈຳນວນຜູ້ຕິດເຊື້ອງທັງ ໝົດ ແລະຜູ້ປິ່ນປົວຫາຍດີແລ້ວ ແມ່ນ 1 %

ສຳລັບ ຄົນເຈັບເສຍຊີວີດ 3 ຄົນ, ລາຍລະອຽດ ດັ່ງນີ້.

ຜູ້ທີ 1 ແມ່ນເພດຍິງ, ອາຍຸ 74 ປີ, ອາຊີບ ແມ່ເຮືອນ, ບ້ານຢູ່ປະຈຸບັນບ້ານວັງວຽງ, ເມືອງວັງວຽງ, ແຂວງວຽງຈັນ.

ພະຍາດປະຈໍາຕົວແມ່ນເປັນ HTA ກິນຢາປະຈຳ ປິ່ນປົວບັນຫາທາງຈິດໄດ້ຫລາຍປີ ຂາດຢາໄດ້ 10 ປາຍມື້. ຄົນເຈັບໄດ້ຮັບການສັກຢາວັກຊີນ Johnson & Johnson.

ຕິດເຊື້ອຈາກສະມາຊິກຄົນໃນຄອບຄົວ. ຜົນກວດຢືນຢັນ 07 ພະຈິກ 2021. ເວລາ 10:20ໂມງ ຂອງວັນທີ່ 08 ພະຈິກ 2021 ຜູ້ກ່ຽວ ເຂົ້າມາສູນປິ່ນປົວໂຄວິດໂພນໂຮງ ດ້ວຍອາການສະຕິບໍ່ດີ, ປ່ວງໃບ່, ສື່ສານບໍ່ຮູ້ເລື່ອງ, ບໍ່ຫລັບບໍ່ນອນ ເປັນມາໄດ້ 4 ວັນ, ໄຂ້ ໄດ້ 2 ວັນ ກ່ອນເຂົ້າມາສູນປິ່ນປົວ, GCS: 3-4-4

ວັນທີ 08-13 ພະຈິກ 2021: ໄລຍະການປິ່ນປົວ ຊື່ງການຕອບສະໜອງຂອງຄົນເຈັບ ຕໍ່ການປິ່ນປົວບໍ່ດີ, ຄົນເຈັບມີອາການຊຸດໂຊມລົງເລື້ອຍຯ, ກິນດື່ມບໍ່ໄດ້ ປ້ອນອາຫານຜ່ານທໍ່ ແລະ ບໍ່ຮູ້ສະຕິ.

ມາຮອດເວລາ 22:00 ໂມງ ຂອງວັນທີ 13 ພະຈິກ 2021: ຄົນເຈັບມີພາວະ shock, ຄວາມດັນ ເລືອດຕໍ່າ, ຫາຍໃຈຕຶ້ນ, ແພດໄດ້ສຸມໃສ່ເຊີດຊູເຕັມທີ່, ແຕ່ຄົນເຈັບບໍ່ມີການຕອບສະໜອງ.

ມາຮອດເວລາ 22:40 ໂມງຂອງວັນທີ 13 ພະຈິກ 2021: ຄົນເຈັບເສຍຊີວິດ.

ຜູ້ທີ 2 ແມ່ນເພດຍີງ, ອາຍຸ 77 ປີ, ອາຊີບ ຜູ້ເຖົ້າ, ບ້ານຢູ່ປະຈຸບັນ ບ້ານວຽງຄຳ , ເມືອງປາກກະດິງ, ແຂວງບໍລິຄຳໄຊ.

ພະຍາດປະຈໍາຕົວ: ເບົາຫວານ+ໄຂ້ຫຼັງຊຸດໂຊມ ເປັນມາໄດ້ 2 ປີ ມີປະຫວັດຂາດເລືອດ ແລະ ເຄີຍໃສເລືອດ. ຄົນເຈັບບໍ່ໄດ້ຮັບການສັກຢາວັກຊີນ. ຄອບຄົວມີສະມາຊິກ 6 ຄົນ.

ວັນທີ່ 13 ພະຈິກ 2021 ເຂົ້າໂຮງໝໍ ຊູມຊົນປາກກະດິງ ດ້ວຍອາການອິດເມືອອ່ອນເພຍ ກີນບໍ່ໄດ້ ເວລາ13:47 ໂມງ ທີມແພດເອົາອາການຊິວິດ ແລ້ວນຳສົ່ງໂຮງໝໍແຂວງ.

ເວລາ 14:30 ໂມງ ມາຮອດໂຮງໝໍແຂວງ TA 112/68 , RR 30, P 113 Spo 280% ທີມແພດ ເຫັນວ່າມາແຕ່ເຂດສ່ຽງ ເລີຍ ກວດ RDT ຜົນອອກມາ ພົບເຊື້ອ COVI-19.

ເວລາ 15:00 ໂມງ: ໄດ້ຍ້າຍໄປສູນປີ່ນປົວໂຄວິດຫຼັກ 6.

ເວລາ 17:30 ໂມງ: ຜູ້ກ່ຽວໄດ້ເສຍຊິວິດ.

ຜູ້ທີ 3 ແມ່ນ ເພດຍິງ, ອາຍຸ 50 ປີ, ອາຊີບ: ປະຊາຊົນ, ບ້ານສີໄຄ, ເມືອງສີໂຄດຕະບອງ, ນະຄອນຫລວງວຽງຈັນ.

ພະຍາດປະຈໍາຕົວ ແມ່ນຄົນເຈັບມີບັນຫາສຸຂະພາບຈິດ. ຄົນເຈັບບໍ່ໄດ້ຮັບການສັກຢາວັກຊີນ.

ເວາລາ 21:00 ໂມງ ຂອງວັນທີ 13 ພະຈິກ 2021 ເຂົ້າມາໂຮງໝໍເສດຖາທິລາດ ດ້ວຍອາການບໍ່ຮູ້ສະຕິ (ຢຸດຫາຍໃຈ) ພ້ອມທັງເກັບຕົວຢ່າງມາກວດຊອກຫາພະຍາດໂຄວິດ-19 ແມ່ນພົບເຊື້ອ ແລະ ມື່ດຽວກັນນັ້ນ ຄົນເຈັບໄດ້ເສຍຊີວິດ.

Leave a Reply

Your email address will not be published. Required fields are marked *